ທ່ານ ນາຈິບ ຕຸນ ຣາຊັກ ນາຍົກລັດຖະມົນຕີມະເລເຊຍ ກ່າວຢູ່ນະຄອນຫຼວງກົວລາລຳເປີໃນວັນທີ 6 ມັງກອນນີ້ວ່າ, ລັດຖະບານຕົນຈະບໍ່ປະນີປະນອມຕໍ່ລັດທິກໍ່ການຮ້າຍຈົນເທົ່າໃດໆ.
ທ່ານ ນາຈິບ ໄດ້ເຂົ້າຮ່ວມພິທີປິດກອງປະຊຸມສົນທະນາການປ້ອງກັນຄວາມສະຫງົບສາກົນໃນມື້ດັ່ງກ່າວ ແລະກ່າວປາໄສວ່າ, ເຖິງວ່າກຸ່ມຫົວຮຸນແຮງ IS ໄດ້ຖືກໂຈມຕີຈົນປະສົບຄວາມເສຍຫາຍຢ່າງໜັກໜ່ວງກໍຕາມ, ແຕ່ກຸ່ມດັ່ງກ່າວ ຍັງເປັນໄພຂົ່ມຂູ່ຕໍ່ອາຊີຕາເວັນອອກສຽງໃຕ້ ແລະ ມະເລເຊຍ ຢ່າງໜັກໜ່ວງ. ປະເທດຕົນຕ້ອງກະກຽມຢ່າງເຕັມສ່ວນ ແລະມີສະຕິລະວັງຕົວໃນລະດັບສູງຕໍ່ລັດທິກໍ່ການຮ້າຍ, ພ້ອມກັນນັ້ນ, ຕ້ອງຮັບປະກັນໃຫ້ມີກຳລັງຕຳຫຼວດຢ່າງພຽງພໍເພື່ອຮັບມືກັບເຫດການລັດທິກໍ່ການຮ້າຍທຸກຮູບແບບທີ່ອາດຈະເກີດຂຶ້ນ.
ທ່ານຍັງຮຽກຮ້ອງໃຫ້ບັນດາຜູ້ນຳມຸສລິມທົ່ວໂລກ ຈົ່ງພ້ອມກັນວາງແຜນການສະບັບໜຶ່ງ ເພື່ອໂຄສະນາທັດສະນະສາສະໜາທີ່ເປັນກາງໃຫ້ຊາວມຸສລິມໃນທົ່ວໂລກ. ທ່ານຍັງຫວັງວ່າ, ນັກວິຊາການແລະອົງການສາສະໜາຈະໃຊ້ການເຄື່ອນໄຫວຕ່າງໆ ເພື່ອປາບປາມແນວຄິດສາສະໜາແບບຮຸນແຮງ.