7 ມື້​ອັນ​ຕະ​ລາຍ​ຂອງ​ໄທ ມີ 400 ກວ່າ​ຄົນ​ເສຍ​ຊີ​ວິດ​ໃນ​ອຸ​ບັດ​ເຫດຄົມ​ມະ​ນາ​ຄົມ
2018-01-08 16:25:00  cri 
    ກະ​ຊວງ​ພາຍ​ໃນ​ຂອງ​ໄທ​ປະ​ກາດ​ວ່າ, ໃນ "7 ມື້​ອັນ​ຕະ​ລາຍ" ຄື​ນັບ​ແຕ່​ວັນ​ທີ 28 ທັ​ນ​ວາ​ປີ 2017 ຫາ​ວັນ​ທີ 3 ມັງ​ກອນ​ປີນີ້, ຢູ່​ທົ່ວ​ປະ​ເທດ​ໄດ້​ເກີດ​ອຸ​ບັດ​ເຫດ​ຄົມ​ມະ​ນາ​ຄົມ 3841 ຄັ້ງ ສົ່ງ​ຜົນ​ເຮັດ​ໃຫ້ 423 ຄົນ​ເສຍ​ຊີ​ວິດ ແລະ 4005 ຄົນ​ບາດ​ເຈັບ.

    ຂໍ້​ມູນນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ຂັບ​ລົດຫຼັງ​ດື່ມ​ເຫຼົ້າ ແມ່ນ​ສາ​ເຫດ​ຕົ້ນ​ຕໍ​ທີ່​ເຮັດ​ໃຫ້​ເກີດ​ອຸ​ບັດ​ເຫດ​ຄົມ​ມະ​ນາ​ຄົມ ເຊິ່ງກວມຫຼາຍກວ່າ 43%, ຖັດ​ຈາກນັ້ນ​ແມ່ນ​ການ​ຂັບ​ລົດ​ເກີນ​ຄວາມ​ໄວ​ຈຳ​ກັດ ໂດຍກວມຫຼາຍກວ່າ 25%.

    ປະ​ເທດ​ໄທ ແມ່ນ​ໜຶ່ງ​ໃນ​ປະ​ເທດ​ທີ່​ອັດ​ຕາ​ການ​ຕາຍ​ຍ້ອນ​ອຸ​ບັດ​ເຫດ​ຄົມ​ມະ​ນາ​ຄົມສູງກວ່າ​ໝູ່​ໃນ​ໂລກ, ໂດຍ​ສະ​ເພາະ​ແມ່ນ​ປີ​ໃໝ່​ສາ​ກົນ ແລະ ບຸນ​ຫົດ​ນ້ຳ ທີ່​ເປັນ​ໄລ​ຍະ​ເວ​ລາ​ພັກ​ຜ່ອນ​ໃນ​ທຸກໆ​ປີ ​ເຊິ່ງ​ແມ່ນ​ໄລ​ຍະ​ທີ່​ເກີດ​ອຸ​ບັດ​ເຫດ​ຄົມ​ມະ​ນາ​ຄົມ​ເລື້ອຍໆ, ສະ​ນັ້ນ, ສອງ​ໄລ​ຍະ​ພັກ​ດັ່ງ​ກ່າວ​ຈຶ່ງ​ຖືກ​ເອີ້ນ​ວ່າ "7 ມື້​ອັນ​ຕະ​ລາຍ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ