ຈີນ​ຫວັງ​ໃຫ້​ຍີ່​ປຸ່ນ​ຮ່ວມ​ກັບ​ຈີນ​ຊຸກ​ຍູ້​ການ​ປັບ​ປຸງ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ດີ​ຂຶ້ນ
2018-01-09 10:27:54  cri 
ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ເຈົ້າ​ໜ້າ​ທີ່​ທາງ​ການຍີ່​ປຸ່ນ​ໄດ້​ກ່າວ​ສະ​ແດງ​ທ່າ​ທີ​ອັນ​ຕັ້ງ​ໜ້າ​ໃນ​ການ​ປັບ​ປຸງ​ສາຍ​ພົວ​ພັນ​ຍີ່​ປຸ່ນ-ຈີນ​ໃຫ້​ດີ​ຂຶ້ນ. ຕໍ່​ກໍ​ລະ​ນີ​ດັ່ງ​ກ່າວ, ທ່ານ​ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຢືນ​ຢັນ​ໃນ​ວັນ​ທີ 8 ມັງ​ກອນ​ນີ້ໂດຍ​ຫວັງ​ໃຫ້​ຝ່າຍ​ຍີ່​ປຸ່ນ​ກຳ​ແໜ້ນ​ໂອ​ກາດຄົບ​ຮອບ 40 ປີ​ຂອງ​ການເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ​ຈີນ-ຍີ່​ປຸ່ນ.

ຕ​າມ​ຂ່າວ​ແຈ້ງວ່າ: ໂອ​ກາດ​ກ່າວ​ຄຳ​ອວຍ​ພອນ​​ໃນງານ​ສະຫຼອງ​ປີ​ໃໝ່​ສາ​ກົນ​ກ່ອນ​ໜ້າ​ນີ້​ບໍ່​ດົນ, ທ່ານ​ຊິນ​ໂຈ ອາ​ເບະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ຢ່າງ​ແຮງ​ກ້າ​ໃນ​ການ​ປັບ​ປຸງ​ສາຍ​ພົວ​ພັນ​ຍີ່​ປຸ່ນ-ຈີນ​ໃຫ້​ດີ​ຂຶ້ນ. ທ່ານ​ໂຢ​ຊີ​ຮິ​ເດ ຊູ​ກາ ເລ​ຂາ​ທິ​ການ​ຄະ​ນະ​ລັດ​ຖະ​ບານ​ຍີ່​ປຸ່ນ​ກໍ​ໄດ້​ຢືນ​ຢັນ​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ:ພາຍ​ໃຕ້​ສະ​ພາບ​ການ​ທີ່​ສາຍ​ພົວ​ພັນ​ຍີ່​ປຸ່ນ-ຈີນ​ໄດ້​ຮັບ​ການ​ປັບ​ປຸງ​ດີ​ຂຶ້ນ​ເປັນ​ກ້າວໆນັ້ນ, ປີ 2018 ເປັນ​ໂອ​ກາດ​ດີ​ທີ່​ສຸດ. ທ່ານ​ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຢືນ​ຢັນ​ໃນ​ການ​ຖະ​ແຫຼງ​ການ​ເມື່ອ​ວັນ​ທີ 8 ມັງ​ກອນ​ນີ້​ວ່າ:

ພວກ​ຂ້າ​ພະ​ເຈົ້າ​ໄດ້​ເອົາ​ໃຈ​ໃສ່​ການ​ສະ​ແດງ​ທ່າ​ທີ​ຢ່າງ​ຕັ້ງ​ໜ້າ​ຂອງ​ຝ່າຍ​ຍີ່​ປຸ່ນ. ໃນ​ປີ​ໃໝ່ 2018 ນີ້, ຫວັງ​ວ່າ​ຍີ່​ປຸ່ນ​ຈະ​ຮ່ວມ​ກັບ​ຈີນ​ເພື່ອ​ກ້າວ​ໄປ​ສູ່​ເປົ້າ​ໝາຍ​ດຽວ​ກັນ, ບົນ​ພື້ນ​ຖານ​ເອ​ກະ​​ສານ​ການ​ເມືອງ 4 ສະ​ບັບ ແລະ​ຄວາມ​ເປັນ​ເອ​ກະ​ພາບ​ທາງຫຼັກ​ການ 4 ຂໍ້​ລະ​ຫວ່າງ​ຈີ​ນ-ຍີ່​ປຸ່ນ, ກຳ​ແໜ້ນ​ໂອ​ກາດ​ຄົບ​ຮອບ 40 ປີ​ຂອງ​ການເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ​ຈີນ-ຍີ່​ປຸ່ນ ເພື່ອ​ສ້າງ​ເງື່ອນ​ໄຂ​ທີ່​ດີ​ໃຫ້​ແກ່​ການ​ໄປ​ມາ​ຫາ​ສູ່​ກັນ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງ​ສອງ​ປະ​ເທດ ແລະ​ຮ່ວມ​ກັນ​ຊຸກ​ຍູ້​ການ​ປັບ​ປຸງ​ສາຍ​ພົວ​ພັນ​ຈີ​ນ-ຍີ່​ປຸ່ນ​ໃຫ້​ດີ​ຂຶ້ນ​ຕື່ມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ