AirAsia ເປີດ​ເສັ້ນ​ທາງ​ການ​ບິນ​ ມາ​ກາວ-ພູ​ເກັດ
2018-01-09 16:53:45  cri 
ພິ​ທີ​ເປີ​ດ​ເສັ້ນ​ທາງ​ການ​ບິນ​ແຕ່​ມາ​ກາວ ​ຫາ​ພູ​ເກັດ​ປະ​ເທດ​ໄທ​ຂອງ​ບໍ​ລິ​ສັດ​ການ​ບິນອາ​ຊີຫຼືAirAsia​ໄດ້​ຈັດ​ຂຶ້ນ​ຢູ່​ສະ​ໜາມ​ບິນ​ສາ​ກົນ​ມາ​ກາວ​ຈີນ.

ເສັ້​ນ​ທາງ​ການ​ບິນ​ໂດຍ​ກົງ​ສາຍ​ໃໝ່​ດັ່ງ​ກ່າວ​ຈະ​ເປີດ​ມື້​ລະ​ຖ້ຽວ ເຊິ່ງ​ເປັນ​ເສັ້ນ​ທາງ​ການ​ບິນ​ໄປ​ປະ​ເທດ​ໄທ ສາຍ​ທີ 4 ຂອງ​ບໍ​ລິ​ສັດ​AirAsiaຢູ່​ສະ​ໜາມ​ບິນ​ມາ​ກາວ ທັງ​ເປັນ​ເສັ້ນ​ທາງ​ການ​ບິນ​ສາ​ກົນ ສາຍ ທີ 7 ທີ່​ບິນ​ຈາກ​ມາ​ກາວ​ຂອງ​ບໍ​ລິ​ສັດ​ດັ່ງ​ກ່າວ. ນັບ​ແຕ່​ເປີດ​ບໍ​ລິ​ການ​ເສັ້ນ​ທາງ​ການ​ບິນ​ດັ່ງ​ກ່າວ​ແຕ່​ເດືອນ​ຕຸ​ລາ​ປີ 2017 ​ມາ​ເຖິງ​ປັດ​ຈຸ​ບັນ​ສາ​ມາດ​ຂາຍ​ປີ້ໄດ້​ເຖິງ 22.000 ປີ້ ເທົ່າ​ກັບ 122 ຖ້ຽວ​ບິນ.

ເຈົ້າ​ໜ້າ​ທີ່​ສະ​ໜາມ​ບິນ​ສາ​ກົນ​ມາ​ກາວ​ຢືນ​ຢັນ​ວ່າ: ໃນ​ຕໍ່​ໜ້າ​ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ບໍ​ລິ​ສັດ​ການ​ບິນ​ຢ່າງ​ໃກ້​ຊິດໂດຍ​ຈະເປີດ​ຈຸດ​ການ​ບິນຫຼາຍກວ່າ​ເກົ່າເພື່​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ອອກ​ເດີນ​ທາງ​ໃຫ້​ແກ່​ປະ​ຊາ​ຊົນ​ກໍ​ຄື​ຜູ້​ໂດຍ​ສານ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ