ຈີນ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ສົ່ງ​ດາ​ວ​ທຽມ "ກ່າວ​ຈິງ​1"03ແລະ"ກ່າວ​ຈິງ​1"04
2018-01-09 16:55:36  cri 
ເວ​ລາ 11 ໂມງ 24 ນາ​ທີ ຂອງວັນ​ທີ 9 ມັງ​ກອ​ນ 2018 ນີ້, ຢູ່​ສູນ​ສົ່ງ​ດາວ​ທຽມ​ໄທ​ຢວນ, ຈີນ​ໄດ້​ສົ່ງ​ດາວ​ທຽມ"ກ່າວ​ຈິງ​1"03ແລະ"ກ່າວ​ຈິງ​1"04 ດ້ວຍ​ຈະຫຼວດ​ສົ່ງ​ຍານ​ສາງ​ເຈິ່ງ2D ຂຶ້ນ​ສູ່​ວົງ​ໂຄ​ຈອນ​ຢ່າງ​ສຳ​ເລັດ​ຜົນ ເຊິ່ງ​ຖື​ວ່າ​ ​ການ​ບິນອ​ະ​ວະ​ກາດ​ຈີນ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ຍິງ​ສົ່ງ​ເທື່ອ​ທຳ​ອິດ​ໃນ​ປີ 2018 ນີ້. ເຊິ່ງ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຄັ້ງ​ນີ້​ເປັນ​ການ​ຍິງ​ສົ່ງ​ດາວ​ທຽມ​ສຳຫຼວດ​ໄລ​ຍະ​ທາງ​ໄກ ​ທີ່​ຄົ້ນ​ຄວ້າ​ຜະ​ລິດ​ໂດຍ ກຸ່ມ​ບໍ​ລິ​ສັດ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ການ​ບິນ​ອະ​ວະ​ກາດ​ຈີນ​ນັ້ນ​ເປັນ​ຄັ້ງ​ທີ​ສອງ ແລະ​ຈຸດ​ປະ​ສົງ​ກໍ​ເພື່ອ​ຄົ້ນ​ຄວ້າ​​ການ​ບັນ​ລຸ​ເປົ້າ​ໝາຍ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງດາວ​ທຽມ​ສຳຫຼວດ​ໄລ​ຍະ​ທາງ​ໄກ​ທີ່​ມີ​ຄວາມ​ຊັດ​ເຈນ​ສູງ​.

ຕາມ​ຂ່າວ​ແຈ້ງວ່າ: ຫຼັງ​ສຳ​ເລັດ​ການ​ກວດ​ກາ​ທົດ​ລອງ​ຕາມ​ວົງ​ໂຄ​ຈອນ​ແລ້ວ, ດາວ​ທຽມ​ດັ່ງ​ກ່າວ​ຈະ ​ບໍ​ລິ​ການ​ລູກ​ຄ້າ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ໃນ​ດ້ານ​ຂໍ້​ມູນ​ສຳ​ຫຼວດ​ໄລ​ຍະ​ທາງ​ໄກ​ແລະ​ວິ​ທີ​ແກ້​ໄຂ​ລະ​ບົບ​ປະ​ຍຸກ ກໍ​ຄື​ການ​ບໍ​ລິ​ການ​ມູນ​ຄ່າ​ເພີ່ມ​​ທີ່​ເນັ້ນ​ໃສ່​ການ​ສຳຫຼວດ​ຊັບ​ພະ​ຍາ​ກອນ​ທີ່​ດິນ, ການ​ສຳ​ຫຼວດ,​ວັດ​ແທກ​ແລະ​ແຕ້ມແຜນ​ທີ່, ການ​ຕິດ​ຕາມວັດ​ແທກສິ່ງ​ແວດ​ລ້ອມ, ​ການ​ປະ​ກັນ​ໄພ​ການ​ເງິນ​ແລະ​ຂະ​ແໜງ​ການ​ອິນ​ເຕີ​ເນັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ