ບໍ​ລິ​ສັດ​ການ​ບິນ​ມາ​ເລ​ເຊຍເປີດ​ເສັ້ນ​ທາງ​ການ​ບິນ​ຂົນ​ສົ່ງ​ສິນ​ຄ້າ "​ຈຸ່ງ​ກິ່ງ-ກົວລາ​ລຳ​ເ​ປີ-ອິນ​ເດຍ"
2018-01-09 17:04:23  cri 
ຫ້ອງ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​​ກຳ​ແພງນະ​ຄອນ​ຈຸ່ງ​ກິ່ງ​ເປີດ​ເຜີຍ​ໃນ​ວັນ​ທີ 8 ມັງ​ກອນ​ນີ້​ວ່າ, ບໍ​ລິ​ສັດ​ການ​ບິນມ​າ​ເລ​ເຊຍ​ຈະ​ເປີດ​ເສັ້ນ​ທາງ​ການ​ບິນ​ຂົນ​ສົ່ງ​ສິນ​ຄ້າ "​ຈຸ່ງ​ກິ່ງ-ກົວລາ​ລຳ​​ເປີ-ອິນ​ເດຍ" ໃນ​ວັນ​ທີ 9 ມັງ​ກອນ​ນີ້. ​ໂດຍ​ຈະ​ໃຊ້​​ຍົນແອ​ບັ​ສ A330 ທີ່​ສາ​ມາດ​ບັນ​ທຸກ​ສິນ​ຄ້າ​ໄດ້ 60 ໂຕນ, ​ແລະ​ຈະ​​ບິນ​ຖ້ຽວ​ໜຶ່ງ​ຕໍ່​ອາ​ທິດ, ຮອດ​ໄຕ​ມາດ​ທີ​ສອງຈຶ່ງ​ຈະ​ເພີ່ມ​ຂຶ້ນ​ເປັນ 2 ຖ້ຽວ​ຕໍ່​ອາ​ທິດ.

ທ່ານ​ອາ​ມິ​ໂຣ, ຜູ້​ວ່າ​ການ​ການ​ຂົນ​ສົ່ງ​ສິນ​ຄ້າ​ຂອງ​ບໍ​ລິ​ສັດ​ການ​ບິນ​ມາ​ເລ​ເຊຍ​ເປີດ​ເຜີຍ​ວ່າ, ນີ້​ແມ່ນ​​ເສັ້ນ​ທາງ​ການ​ບິນ​ຂົນ​ສົ່ງ​ສິນ​ຄ້າ​ສາຍ​ທີ​ສອງ​ທີ່​ບໍ​ລິ​ສັດ​ຕົນ​ເປີດ​ບໍ​ລິ​ການ​ຢູ່​ຈີນ​ຫຼັງ​ເປີດ​ເສັ້ນ​ທາງ​ການບິນ​ຂົນ​ສົ່ງ​ສິນ​ຄ້າ "​ຈຸ່ງ​ກິ່ງ-ກົວ​ລາ​ລຳ​ເ​ປີ", ຕົ້ນ​ຕໍ​ຈະ​ຂົນ​ສົ່ງ​ຜະ​ລິດ​ຕະ​ພັນ​ເອ​ເລັກ​ໂຕ​ຣ​ນິກ​ຕ່າງໆ​ທີ່​ຜະ​ລິດ​ຢູ່​​ກຳ​ແພງນະ​ຄອນ​ຈຸງ​ກິງ.

ຕາມ​ຂ່າວ​ແຈ້ງວ່າ, ​ປີ 2017 ຜ່ານ​ມາ, ​ກຳ​ແພງນະ​ຄອນ​ຈຸງ​ກິງ​ມີ​ຖ້ຽວ​ບິນ​ຂົນ​ສົ່ງ​ສິນ​ຄ້າ​ສາ​ກົນ​ບັນ​ລຸ​ເຖິງ 25 ຖ້ຽວ​ຕໍ່​ອາ​ທິດ, ໄດ້​ຂົນ​ສົ່ງ​ສິນ​ຄ້າ​ສາ​ກົນ​ຫຼາຍກວ່າ 1 ແສນ 3 ໝື່ນ​ໂຕນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ