ປະທານາທິບໍດີ​ຝະຣັ່ງຮອດ​ນະຄອນຫຼວງ​ປັກ​ກິ່ງ​ຈີນ
2018-01-09 15:35:26  cri 
​ໂດຍຕອບ​ສະໜອງ​ຕາມ​ການ​​ເຊື້ອ​ເຊີນ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ, ທ່ານ​ແອ​ມມາ​ນູ​ເອວ ມາກ​ຄຼົງ ປະທານາທິບໍດີ​ຝະຣັ່ງ​ໄດ້ດຳ​ເນີນ​ການ​ຢ້ຽມຢາມຈີນທາງ​ລັດຖະກິດ​ແຕ່​ວັນ​ທີ 8 ຫາ​ວັນ​ທີ 10 ມັງກອນ​ນີ້.

ທ່ານມາກ​ຄຼົງ​ພ້ອມ​ດ້ວຍຄະນະ​ຮອດ​ນະຄອນຫຼວງ​ປັກ​ກິ່ງ​​ໃນ​ຕອນ​ບ່າຍ​ວັນ​ທີ 8 ມັງກອນ​ນີ້ ​ເຊິ່ງ​ເປັນ​ການ​ຢ້ຽມຢາມ​ຈີນທາງ​ລັດຖະກິດ​​ເທື່ອ​ທຳ​ອິດ​ຂອງ​ທ່ານ​ ​ແລະມີ​ຄວາມ​ສຳຄັນ​ໃນ​ການ​ປຸກລະດົມຄົນ​ຮຸ້ນຫຼັງ​ຕໍ່​ສາຍ​ພົວພັນ​ຈີນ-ຝະຣັ່ງ.

ຕອນ​ເຊົ້າ​ມື້​ດຽວ​ກັນ, ທ່ານມາກ​ຄຼົງ​ພ້ອມ​ດ້ວຍຄະນະ​​ໄດ້​ຢ້ຽມຢາມ​ແຂວງສານ​ຊີ່​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ