ຄະ​ນະ​ຜູ້​ແທນ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​​ຢ້ຽມ​ຢາມ​ໄທ ແລະ ​ໂຄ​ສະ​ນາ​ເຜີຍ​ແຜ່​ຈິດ​ໃຈ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19
2018-01-09 10:48:11  cri 
ນັບ​ແຕ່​ວັນ​ທີ 7 ຫາ 9 ມັງ​ກອນ​ນີ້, ທ່ານ​ເມິ້ງ​ສຽງ​ເຟິ່ງ ຮອງ​ຫ້ອງ​ໜ້າ​ຫ້ອງ​ວ່າ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ນຳ​ພາ​ຄະ​ນະ​ຜູ້​ແທນ​​ໄປ​ຢ້ຽມ​ຢາມ​ໄທ ແລະ ໄດ້​ພົບ​ປະ​ກັບ​ທ່ານ​ສົມ​ຄິດ ຈະ​ຕຸ​ສີ​ພິ​ທັກ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ແລະ ຜູ້​ນຳ​ພັກ​ປະ​ຊາ​ທິ​​ປັດ ແລະ ພັກ​ເພື່ອ​ໄທ ​ພ້ອມ​ທັງເຂົ້​າ​ຮ່ວມກອ​ງ​ປະ​ຊຸມ​ ເພື່ອໂຄ​ສະ​ນາ​ເຜີຍ​ແຜ່​ຈິດ​ໃຈ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນຢ່າງກວ້າງ​ຂວາງ​ໃຫ້​ແກ່​ວົງ​ການ​ຕ່າງໆ​ໃນ​ສັງ​ຄົມ​ໄທ.

ຝ່າຍ​ໄທ​ໄດ້​ສ​ະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ຜົນ​ສຳ​ເລັດ​ລັກ​ສະ​ນະ​ປະ​ຫວັດ​ສາດ​ທີ່​ຈີນ​ໄດ້​ຮັບ ແຕ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ເປັນ​ຕົ້ນ​ມາ ແລະ ຕີ​ລາ​ຄາ​ສູງ​ຕໍ່​ຄວາມ​ໝາຍ​ສຳ​ຄັນ​ຂອງກອ​ງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ແລະ ອິດ​ທິ​ພົນ​ຂອງ​ແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ທີ່​ມີ​ຕໍ່​ໂລກ ພ້ອມ​ທັງ​ກ່າວ​ວ່າ, ຫວັງ​ຢາກຖອດ​ຖອນ​ບົດ​ຮຽນ​ດ້ານ​ການ​ປົກ​ຄອງ​ປະ​ເທດ​ ແລະ ບໍ​ລິ​ຫານ​ການ​ເມືອງ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຕັ້ງ​ໜ້າ​ຄົ້ນ​ຄວ້າ​ເສັ້ນ​ທາງ​ພັດ​ທະ​ນາ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ຕົນ​ໃຫ້​ດີກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ