ເລີ່ມ​ກິດ​ຈະ​ກຳ​​ນັກ​ຂ່າວອາ​ຊຽນ​ເກັບ​ກຳ​ຂ່າວ​ຢູ່​ຈີນ
2018-01-09 16:17:43  cri 

ກິດ​ຈະ​ກຳ​ນັກ​ຂ່າວ​ອາ​ຊຽນ​ເກັບ​ກຳ​ຂ່າວ​ຢູ່​ຈີນ 2018 ເຊິ່ງ​ແມ່ນ​ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ ແລະ ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ ຫຼື CRI ຮ່ວມ​ກັນ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ​ໄດ້​ເລີ່ມ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ປະ​ເທດ​ຈີນ​ໃນ​ວັນ​ທີ 8 ມັງ​ກອນ​ນີ້.

ໃນ​ໄລ​ຍະ​​ເປັນ​ເວ​ລາ 5 ວັນ​, ນັກ​ຂ່າວ​ຈາກ 9 ປະ​ເທດ​ອາ​ຊຽນ ແລະ ນັກ​ຂ່າວ CRI ທັງ​ໝົດ 36 ຄົນ​ຈະ​ແບ່ງ​ເປັນ​ສອງ​ກຸ່ມ​, ​ກຸ່ມ​ໜຶ່ງໄປ​ເກັບ​ກຳ​ຂ່າວ​ຢູ່​​ກຳ​ແພງນະ​ຄອນ​ຊຽງ​ໄຮ ແລະ​ ນະ​ຄອນ​ຫາງ​ໂຈ່ວ, ອີກ​ກຸ່ມ​ໜຶ່ງ​ໄປ​ເກັບກຳ​ຂ່າວ​ຢູ່​ນະ​ຄອນ​ຮາ​ປິນ ແລະ ​ສວນ​ສາ​ທາ​ລະ​ນະ​ປ່າ​ໄມ້​ແຫ່ງ​ຊາດ​ທີ່​ໄດ້​ຂະ​ໜານ​ນາມ​ວ່າ "ບ້ານ​ຫິ​ມະ". ກິດ​ຈະ​ກຳ​ເທື່ອ​ນີ້​​ເພື່ອ​ສະຫຼຸບ ແລະ ລາຍ​ງານ​ຂ່າວ​ກ່ຽວ​ກັບ​ຜົນ​ການ​ຮ່ວມ​ມື​ປີ​ທ່ອງ​ທ່ຽວ​ຈີນ-ອາ​ຊຽນ 2017 ແລະ ຄົ້ນ​ຄວ້າ​ທິດ​ທາງການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ໃໝ່​ລະ​ຫວ່າງ​ສອງ​ຝ່າຍ.


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ