ສ ເກົາຫຼີ​ແລະ​ສ​ປ​ປ ເກົາຫຼີ​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນຫຼາຍ​ດ້ານ
2018-01-10 10:05:52  cri 
ການ​ເຈ​ລະ​ຈາ​ລະ​ດັບ​ສູງ​ລະ​ຫວ່າງ​ສ ເກົາຫຼີ ກັບ​ສ​ປ​ປ ເກົາຫຼີ​ທີ່​ຈັດ​ຂຶ້ນ​ຢູ່​ປານ​ມູນ​ຈອມໄດ້​ອັດ​ລົງໃນຕອນ​ຄ່ຳ​ວັນ​ທີ 9 ມັງ​ກອນ​ນີ້ ໂດຍ​ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ ເຊິ່ງ​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນຫຼາຍ​ດ້ານ​ເປັນ​ຕົ້ນ ສ​ປ​ປ ເກົາຫຼີ​ຈະເຂົ້າ​ຮ່ວມ​ມະ​ຫາ​ກຳ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ພຽງ​ຊາງ, ການ​ເຈ​ລະ​ຈາ​ລະ​ຫວ່າງ​ພາກ​ສ່ວນ​ການ​ທະ​ຫານ​ຂອງ​ສອງ​ຝ່າຍ​ແລະ​ອື່ນໆ.

ຕາມ​ຖະ​ແຫຼງ​ການ​ຮ່ວມ, ສ​ປ​ປ ເກົາຫຼີ​ຈະ​ສົ່ງ​ຄະ​ນະ​ຜູ້​ແທນ​ລະ​ດັບ​ສູງ​ແລະ​ຄະ​ນະ​ຜູ້​ແທນ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ຊົນ​ຊາດ​ໄປ​ເຂົ້າ​ຮ່ວມ​ມະ​ຫາ​ກຳ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ພຽງ​ຊາງ ສ​ ເກົາຫຼີ. ນອກ​ນີ້, ຍັງ​ຈະ​ສົ່ງ​ຄະ​ນະ​ນັກ​ກິ​ລາ, ກອງ​ເຊຍ,ຄະ​ນະ​ສິ​ລະ​ປາ​ກອນ, ຄະ​ນະ​ນັກ​ຂ່າວ​ແລະ​ອື່ນໆ​ໄປ​ຢ້ຽມ​ຢາມ​ສ ເກົາຫຼີ ແລະ​ສ ເກົາຫຼີ​​ກໍ່ຈະ​ອຳ​ນວຍ​ຄວາມ​ສະ​ດວກ​​ທີ່ຈຳ​ເປັນ​ໃນ​ດ້ານ​ນີ້.

ສອງ​ປະ​ເທດ​ຍັງ​ໄດ້​ບັນ​ລຸ​ຄວາມ​ເປັນ​ເອກ​ກະ​ພາບ​ໃນ​ການ​ຜ່ອນ​ຄາຍ​ຄວາມ​ເຄັ່ງ​ຕຶງ​ຂອງ​ສະ​ຖາ​ນະ​ການ​ຢູ່​ແຫຼມ​ເກົາຫຼີ​ໃນ​ປັດ​ຈຸ​ບັນ ທັງ​ຕົກ​ລົງ​​ຈະຈັດ​ການ​ພົບ​ປະ​ເຈ​ລະ​ຈາ​ລະ​ຫວ່າງ​ພາກ​ສ່ວນ​ການ​ທະ​ຫານ​ລະ​ຫວ່າງ​ສອງ​ປະ​ເທດ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ