ເຈົ້າ​ໜ້າ​ທີ່​ໄທ​ຢືນ​ຢັນ​ວ່າ ​ປັດ​ຈຸ​ບັນ ອະ​ດີດ​ນາ​ຍົກຍິ່ງ​ລັກ​ຢູ່​ອັງ​ກິດ
2018-01-10 11:02:58  cri 
ວັນ​ທີ 9 ມັງ​ກອນ​ນີ້, ທ່ານ​​ດອນ ປ​ຣະ​​ມັດ​ວິ​ໄນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ​ຢືນ​ຢັນ​ຕໍ່​ສື່ມວນ​ຊົນ​ວ່າ: ທ່ານ​ນາງ​ຍິ່ງ​ລັກ ຊິນ​ນະ​ວັດ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຜູ້​ທີ່​ບໍ່​ຮູ້​ຂ່າວ​ຄາວ​ໃນ​ຜ່ານ​ມາ​ນັ້ນ ​ປະ​ຈຸ​ບັນ​ນີ້​ອາ​ໄສ​ຢູ່​ປະ​ເທດ​ອັງ​ກິດ.

ທ່ານດອນ ປ​ຣະ​ມັດ​ວິ​ໄນ​ກ່າວ​ວ່າ: ​ເດືອນ​ກັນ​ຍາ​ປີຜ່ານ​ມາ, ເຈົ້າ​ໜ້າ​ທີ່​ທາງ​ການ​ອັງ​ກິດ​ໄດ້​ຢືນ​ຢັນ​ຕໍ່​ໄທວ່າ ຍິ່ງ​ລັກ​ຢູ່​ອັງ​ກິດ. ລັດ​ຖະ​ບານ​ໄດ້​ຍົກ​ເລີກ​ໜັງ​ສື​ຜ່ານ​ແດນຫຼື​​ພັ​ສ​ປອດ 4 ຫົວ​ຂອງ​ຍິ່ງ​ລັກ, ປັດ​ຈຸ​ບັນ​ຍັງ​ບໍ່​ຮູ້​​ລະ​ອຽດເທື່ອ​ວ່າ ຍິ່ງ​ລັກ​ໄດ້​ເຂົ້າ​ປະ​ເທດ​ອັງ​ກິດ​ໃນ​ຖາ​ນະ​ໃດ. ທ່ານ​ຍັງ​ກ່າວ​ຕື່ມ​ວ່າ: ໄທ​ຕ້ອງ​ພິ​ຈາ​ລະ​ນາ​ຢ່າງ​ຮອບ​ຄອບ​ໃນ​ເລື່ອງ​​ທີ່ຈະ​ນຳ​ສົ່ງ​ນາງ​ຍິ່ງ​ລັກ​ກັບ​ຄືນ​ປະ​ເທດຫຼື​ບໍ່.

ພັກ​ເພື່ອ​ໄທ​ທີ່​ມີ​ສ່ວນ​ພົວ​ພັນ​ກັບ​ຍິ່ງ​ລັກ​ຢ່າງ​ໃກ້​ຊິດ​ນັ້ນ​ຖະ​ແຫຼງວ່າ: ຍິ່ງ​ລັກ​ເຄີຍ​ໄດ້​ຂໍ​ການ​ປົກ​ປ້ອງ​ທາງ​ການ​ເມືອງ​ຈາກ​ອັງ​ກິດ, ຫາກວ່າ​ໄດ້​ຮັບ​ການ​ອະ​ນຸ​ມັດ, ​ກໍ່ຈະ​ໄດ້​ຮັບ​ການ​ປົກ​ປ້ອງ​ເປັນ​ເວ​ລາ 5 ປີ. ທ່ານ​ດອນ ປ​ຣະ​ມັດ​ວິ​ໄນ​ຢືນ​ຢັນ​ວ່າ ກໍ​ລະ​ນີ​ອັງ​ກິດ​ໃຫ້​ການ​ປົກ​ປ້ອ​ງ​ທາງ​ການ​ເມືອງ​ແກ່​ຍິ່ງ​ລັກ​ນັ້ນ​ຈະ​ບໍ່​​ມີ​ຜົນກະ​ທົບ​ເຖິງ​ສາຍ​ພົວ​ພັນ​ໄທ-ອັງ​ກິດ​ແຕ່​ຢ່າງ​ໃດ.

ກ່ອນ​ໜ້າ​ນີ້, ສື່​ສັງ​ຄົມ​ອ໋ອນ​ລາຍ​ໄດ້​ໂພ​ສ​ຮູບ​ຖ່າຍ​ຮ່ວມ​ລະ​ຫວ່າງ​ຍິ່ງ​ລັກ​ກັບ​ນັກ​ທ່ອງ​ທ່ຽວ​ໄທ​ຢູ່​ອັງ​ກິດ. ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄທ​ໄດ້​ສົ່ງ​​ເອ​ກະສານ​ໄປ​ຍັງ​ເຈົ້າ​ໜ້າ​ທີ່​ອັງ​ກິດ​ຂໍ​ສຳຫຼວດ​ສະ​ພາບ​ການ​ເຂົ້າ​ອອກ​ເມືອງ​ຂອງ​ຍິ່ງ​ລັກ, ແຕ່​ ຈົນ​ເຖິງ​ປັດ​ຈຸ​ບັນ, ອັງ​ກິດກໍ​ຍັງ​ບໍ່​ທັນ​ໄດ້​ໃຫ້​ຄຳ​ຕອບ​​ເທື່ອ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ