ອັ​ຟ​ກາ​ນິ​ສະ​ຖານ​ສາ​ມາດ​ຈັບ​ແກນ​ນຳ​​ກຸ່ມຕາ​ລີ​ບັນ​ໄດ້ 3 ຄົນ
2018-01-10 11:11:18  cri 
ກະ​ຊວງ​ພາຍ​ໃນ​ອັ​ຟ​ກາ​ນິ​ສະ​ຖານ​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 9 ມັງ​ກອນ​ນີ້​ໂດຍ​ຢືນ​ຢັນ​ວ່າ ວັນ​ທີ 8 ມັງ​ກອນ​ນີ້, ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ປະ​ເທດ​ຕົນ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຈັບ​ກຸມ ແກນ​ນຳ 3 ຄົນ​ຂອງ​ກຸ່ມ​ຕາ​ລີ​ບັນ​ຢູ່​ແຂວງ ປັກ​ຕິ​ອາ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ອັ​ຟ​ກາ​ນິ​ສະ​ຖານ​.

ຖະ​ແຫຼງການ​ລະ​ບຸ​ວ່າ: 3 ຄົນ​ດັ່ງ​ກ່າວ​ຖືກ​ຈັບ​ຕົວ​ຢູ່​ເຂດ​ຊາຍ​ແດນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ແຂວງ​ປັກ​ຕິ​ອາ​ໃນ​ວັນ​ທີ 8 ມັງ​ກອນ​ນີ້, ຂະ​ນະ​ດຽວ​ກັນ, ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຍັງ​ສາ​ມາດ​ຢຶດ​ອາ​ວຸດ​ໄດ້​ຈຳ​ນວນ​ໜຶ່ງ. 3 ຄົນ​ດັ່ງ​ກ່າວ​ເປັນ​ແກນ​ນຳ​ກຸ່ມ​ຕາ​ລີ​ບັນ​ໃນ​ການ​ວາງ​ແຜນ​ແລະ​ຈັດ​ຕັ້ງ​ການ​ກໍ່​ການ​ຮ້າຍ​ຢູ່​ແຂວງ​ດັ່ງ​ກ່າວ.

ແຕ່​ວ່າ ຖະ​ແຫຼງ​ການ​ບໍ່​ໄດ້​ເປີດ​ເຜີຍ​ຊື່​ແລະ​ລາຍ​ລະ​ອຽດ​ການ​ຖືກ​ຈັບ​ກຸມ​ຂອງ 3 ຄົນ​ນີ້.

ແຂວງ​ປັກ​ຕິ​ອາ​ຕັ້ງ​ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ອັ​ຟ​ກາ​ນິ​ສະ​ຖານ, ມີ​ຊາຍ​ແດນ​ຕິດ​ກັບ​ປາ​ກີ​ສະ​ຖານ ເຊິ່ງ​ກຸ່ມ​ຕາ​ລີ​ບັນ​ເຄື່ອນ​ໄຫວ​ຢູ່​ແຂວງ​ດັ່ງ​ກ່າວ​ຢ່າງຫຼວງຫຼາຍໂດຍ​ມີ​ເຫດຫຼອນ​ໂຈມ​ຕີ​ແລະ​ເຫດ​ການ​ລັກ​ພາ​ຕົວ​ເກີດ​ຂຶ້ນ​ເລື້ອຍໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ