ຝ​ຣັ່ງ​ເຂົ້າ​ຮ່ວມ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຈະ​ມີ​ຜົນ​ດີ​ຊ່ວຍ​ໃຫ້​ເປີດກວ້າ​ງ​ຊ່ອງ​ຫວ່າງ​ການ​ພັດ​ທະ​ນາ​ຂອງ​ຕົນ
2018-01-10 10:00:46  cri 
ໂດຍ​ແນ​ໃສ່​ຄວາມ​ເວົ້າ​ສະ​ໜັບ​ສະ​ໜູນ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ​ຂອງ​ທ່ານ​ມາ​ຄ​ຣົງ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ, ທ່ານ​ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ມັງ​ກອນ​ນີ້​ວ່າ, ຝ​ຣັ່ງ​ເຂົ້າ​ຮ່ວມ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຈະ​ມີ​ຜົນ​ດີ​ຊ່ວຍ​ໃຫ້​ເປີດກວ້າງ​ຊ່ອງ​ຫວ່າງ​ການ​ພັດ​ທະ​ນາ​ຂອງ​ຕົນ, ເປີດ​ກວ້າງ​ຊ່ອງ​ຫວ່າງ​ການ​ຮ່ວມ​ມື​ສາ​ກົນ, ເປີດກວ້າງ​ການ​ຮ່ວມ​ມື​ຕົວ​ຈິງ​ລະ​ຫວ່າງ​ຈີນ​ກັບ​ຝ​ຣັ່ງ ແລະ ບັນ​ລຸ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃນ​ລະ​ດັບ​ທີ່​ສູງກວ່າ​ເກົ່າ. ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ຝ່າຍ ເຊິ່ງ​ລວມ​ທັງ​ຝ​ຣັ່ງ, ສືບ​ຕໍ່​ຊຸກ​ຍູ້​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ບົນຫຼັກ​ການ​ປຶກ​ສາ​ຮ່ວມ​ກັນ, ສ້າງ​ສາ​ຮ່ວມ​ກັນ ແລະ ຊົມ​ໃຊ້​ຮ່ວມ​ກັນ ເພື່ອ​ສ້າງ​ໂອ​ກາດຫຼາຍກວ່າ​ເກົ່າ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ, ການ​ເຕີບ​ໂຕ​ຂອງ​ເສດ​ຖ​ະ​ກິດ​ໂລກ ແລະ ເປີດ​ອະ​ນາ​ຄົດ​ທີ່ກວ້າງ​ຂວາງກວ່າ​ເກົ່າ ເພື່ອ​ຊຸກ​ຍູ້​ໃຫ້​ອະ​ລິ​ຍະ​ທຳຕ່າງໆ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ