BYD ແລະ​ຮ​ວາ​ເຫວີຍ​ຮ່ວມ​ກັນ​ປະ​ກາດ​ລະ​ບົບ​ລົດ​ໄຟ​ລາງ​ດ່ຽວ​​ແບບ​ບໍ່​ມີ​ຄົນ​ຂັບ
2018-01-11 16:46:14  cri 

ວັນ​ທີ 10 ມັງ​ກອ​ນ​ນີ້, ​ຢູ່​ນະ​ຄອນ​ຢິນ​ສວນ ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຮຸຍ​ໜິງ​ເຊ້ຍ ສ​ປ ຈີນ, ບໍ​ລິ​ສັດ BYD ແລະ​ບໍ​ລິ​ສັດ​ຮ​ວາ​ເຫວີຍ​ໄດ້ຮ່ວມ​ກັນ​ປະ​ກາດ​ລະ​ບົບ​ລົດ​ໄຟ​ລາງ​ດ່ຽວ ຫຼືskyrail ລະ​ບົບ​ທຳ​ອິດແບບບໍ່​ມີ​ຄົນ​ຂັບ ທີ່ເປັນຊັບ​ສິນ​ທາງ​ເປັນ​ຍາ​ຂອງ​ຈີນ 100%. ຂະ​ນະ​ດຽວ​ກັນ, ເສັ້ນ​ທາງ​ລົດ​ໄຟ​ທີ່​ຕິດ​ຕັ້ງ​ລະ​ບົບ​ດັ່ງ​ກ່າວ​ສາຍ​ທຳ​ອິດ​ກໍ​ໄດ້​ເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ​ຢູ່​ນະ​ຄອນ​ຢິນ​ສວນ.

Skyrail ເປັນ​ລະ​ບົບ​ຄົມມະ​ນາ​ຄົມ​ມີ​ລາງ​ທີ່​ບັນ​ທຸກຈຳ​ນວນ​ຜູ້​ໂດຍ​ສານ​ລະ​ດັບ​ກາງ​ແລະ​ນ້ອຍ,ສາ​ມາດນຳ​ໃຊ້​ເຂົ້າ​ໃນ​ທາງ​ລົດ​ໄຟ​ສາຍຫຼັກ​ໃນ​ຕົວ​ເມືອງ​ຂະ​ໜາດ​ກາງ​ແລະ​ນ້ອຍ ແລະ​ທາງ​ລົດ​ໄຟ​ສາຍ​ເພີ່ມ​ໃນ​ຕົວ​ເມືອງ​ໃຫຍ່​ແລະ​ລະ​ດັບ​ກາງ​ແລະ​ອື່ນໆ. ສ່ວນ​ Skyrail ທີ່​ປະ​ກາດ​ໃຊ້​ໃນ​ຄັ້ງ​ນີ້​ໄດ້​ບັນ​ລຸ​ເປົ້າ​ໝາຍ​ການ​ແລ່ນ​ລົດ​ແບບ​ອັດ​ຕະ​ໂນ​ມັດ​ໂດຍ​ບໍ່​ມີ​ຄົນ​ຂັບ ທັງ​ມີ​ຄຸນ​ປະ​ໂຫຍດໃນຫຼາຍ​ດ້ານ​ເຊັ່ນ ຮັກ​ສາ​ໄລ​ຍະ​ຫ່າງ​ລະ​ຫວ່າງ​ຂະ​ບວນ​ລົດ​ທີ່​ບໍ່​ມີ​ຄົນ​ຂັບ​ໃຫ້​ມີ​ຄວາມ​ປອດ​ໄພ, ແລ່ນ​ລົດ​ໂດຍ​ບໍ່​ມີ​ຄົນ​ຂັບ ​ໃນ​ກໍ​ລະ​ນີ​ທີ່ໄຟ​ຟ້າ​ຂາດ, ກວດ​ບັນ​ຫາ​ດ້ານ​ເຕັກ​ນິກ​ໂດຍ​ອັດ​ຕະ​ໂນ​ມັດ, ຕິດ​ຕາມ​ປະ​ລິ​ມານ​ຜູ້​ໂດຍ​ສານ​ໄດ້​ທຸກ​ເວ​ລາ, ການ​ຈຳ​ແນກ​ໃບ​ໜ້າ​ຂອງ​ຄົນ​ແລະ​ອື່ນໆ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ