ການ​ທີ່​ແກ້​ໄຂ​ບັນ​ຫາ "ນາງ​ບຳ​ເລີ" ຢ່າງ​ເໝາະ​ສົມ​ກ່ຽວ​ພັນ​ເຖິງ​ຄວາມ​ເປັນ​ທຳ​ຂອງ​ປະ​ຫວັດ​ສາດ
2018-01-11 16:40:59  cri 
ຕາມ​ຂ່າວ CRI: ໃນພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ມັງ​ກອນ​ນີ້, ທ່ານ​ລູ້​ຄາງ ໂຄ​ສົກ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຫວັງ​ໃຫ້​ຍີ່​ປຸ່ນ​ເຫັນ​ຄວາມ​ສຳ​ຄັນ​ຕໍ່ຄວາມ​ເປັນ​ຫ່ວງ​ຂອງ​ປະ​ຊາ​ຄົມ​ໂລກ​ກໍ​ຄື​ປະ​ເທດ​ໃກ້​ຄຽງ​ໃນ​ອາ​ຊີ, ແກ້​ໄຂ​ບັນ​ຫາ "ນາງ​ບຳ​ເລີ" ​ດ້ວຍຄວາມ​ຮັບ​ຜິດ​ຊອບ​ຢ່າງ​ເໝາະ​ສົມ.

ຂ່າວ​ແຈ້ງວ່າ, ທ່ານ​ນາງຄຸງວາ​ຄັງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ ເກົາ​ຫຼີ​ກ່າວ​ໃນ​ວັນ​ທີ 9 ມັງ​ກອນ​ນີ້​ວ່າ, "ສັນ​ຍາ​ນາງ​ບຳ​ເລີ ສ ເກົາ​ຫຼີ-ຍີ່​ປຸ່ນ" ທີ່​ສອງ​ຝ່າຍ​ລົງ​ນາມ​ນັ້ນ​ບໍ່​ສາ​ມາດ​ແກ້​ໄຂ​ບັນ​ຫາ​ຢ່າງ​ແທ້​ຈິງ. ທ່ານ​ລູ້​ຄາງ​ກ່າວ​ວ່າ, "ພວກ​ເຮົາ​ໄດ້ສົນ​ໃຈ​ຕໍ່​ຮູ້​ສະ​ພາບ​ການທີ່​ກ່ຽວ​ຂ້ອງ, ຈີນ​ມີ​ຫຼັກ​ໝັ້ນ​ຢ່າງ​ຈະ​ແຈ້ງ​ແລະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍກ່ຽວ​ກັບ​ບັນ​ຫາ 'ນາງ​ບຳ​ເລີ', ຫວັງ​ໃຫ້​ຍີ່​ປຸ່ນ​ເຫັນ​ຄວາມ​ສຳ​ຄັນ​ຕໍ່​ຄວາມເປັນ​ຫ່ວງ​ຂອງ​ປະ​ຊາ​ຄົມ​ໂລກ​ກໍ​ຄື​ປະ​ເທດ​ໃກ້​ຄຽງ​ໃນ​ອາ​ຊີ, ແກ້​ໄຂ​ບັນ​ຫາ "ນາງ​ບຳ​ເລີ" ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ຢ່າງ​ເໝາະ​ສົມ. ນີ້​ບໍ່​ພຽງ​ແຕ່​ກ່ຽວ​ພັນ​ເຖິງ​​ພາບ​ພົດ​ຂອງ​ຍີ່​ປຸ່ນ​ເທົ່າ​ນັ້ນ, ​ຍິ່ງກວ່າ​ນັ້ນຍັງ​ກ່ຽວ​ພັນ​ເຖິງ​ຄວາມ​ເປັນ​ທຳ​ທາງ​ປະ​ຫວັດ​ສາດ."​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ