ທ່ານ​ຫຼີ​ເຄີ້​ສຽງ ພົບ​ປະ​ກັບ​ທ່ານ​ທອງ​ລຸນ ສີສຸ​ລິດ
2018-01-11 17:42:30  cri 

ຕອນ​ຄ່ຳ​ວັນ​ທີ 10 ມັງ​ກອນ​ນີ້, ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ຢູ່​ນະ​ຄອ​ນ​ຫຼວງ​ພະ​ນົມ​ເປັນ​ປະ​ເທດ​ກຳ​ປູ​ເຈຍ.

ທ່ານ​ຫຼີ​ເຄີ້​ສຽງ ກ່າວ​ວ່າ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ຢ້ຽມ​ຢາມ​ປະ​ເທດ​ລາວ​ຢ່າງ​ສຳ​ເລັດ​ຜົນ, ໄດ້​ເພີ່ມ​ພະ​ລັງ​ແຮງ​ໃໝ່​ໃຫ້​ແກ່​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້າ​ນ​ລະ​ຫວ່າງ​ຈີນ-ລາວ. ສອງ​ຝ່າຍ​ຄວນປິ່ນ​ອ້ອມ​ການ​ກໍ່​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ແລະ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ລາວ, ເລັ່ງ​ລັດ​ເຊື່ອມ​ຈອດ​ຍຸດ​ທະ​ສາດ​ພັດ​ທະ​ນາ, ຮັບ​ປະ​ກັນ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ​ດຳ​ເນີນ​ໄປ​ເປັນ​ຢ່າງ​ດີ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​ກັນ. ຂະ​ນະ​ດຽວ​ກັນ​ຕ້ອງ​ຮັກ​ສາ​ການ​ປະ​ສານ​ສົມ​ທົບ​ອັນ​ດີ​ງາມ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ກົນ​ໄກ​ຮ່ວມ​ມື​ພາກ​ພື້ນ​ເຊັ່ນ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ແລະ​ການ​ຮ່ວມ​ມື​ຈີນ-ອາ​ຊຽນ​ແລະ​ອື່ນໆ, ສ້າງ​ຄວາມ​ສຸກ​ໃຫ້​ແກ້​ປະ​ຊາ​ຊົນ​ສອງ​ປະ​ເທດ​ແລະ​ພາກ​ພື້ນ​ໃຫ້​ດີກວ່າ​ເກົ່າ.

ທ່ານ​ທອງ​ລຸນ ສີ​ສຸ​ລິດ ກ່າວ​ວ່າ, ຂອບ​ໃຈ​ນຳ​ຈີນ​ທີ່​ສະ​ໜັບ​ສະ​ໜູນ​ການ​ກໍ່​ສ້າງ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຕົນ​ໃນໄລ​ຍະ​​ດົນ​ນານ​ມາ​ນີ້. ປັດ​ຈຸ​ບັນ​ການ​ຮ່ວມ​ມື​ລາວ​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຫຼວງ​ຫຼາຍ, ກາ​ນ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ​ຈີນ​ກໍ່​ດຳ​ເນີນ​ໄປ​ເປັນ​ຢ່າງ​ດີ. ປະ​ເທດ​ຕົນ​ຍິນ​ດີ​ປະ​ຕິ​ບັດ​ຕາມ​ຄວາມ​ເປັນ​ເອ​ກະ​ພາບ​ດ້ານ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ, ເລັ່ງ​ລັດ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ. ລາວ​ໃນ​ຖາ​ນະ​ເປັນ​ປະ​ເທດ​​ຮ່ວມປະ​ທານ​ຊຸດ​ໃໝ່​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ຍິນ​ດີ​ທຳ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັບ​ຈີນ, ຕັ້ງ​ໜ້າ​ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຂະ​ຫຍາຍ​ໄປ​ໃນ​ອາ​ນາ​ຄົດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ