ສະ​ຫະ​ພາບ​ເອີ​ຣົບ​ຈະ​ວາງ​ແຜນ​ການ​ເຊື່ອມ​ຕໍ່​ກັບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ'
2018-01-11 16:25:23  cri 
     ວັນ​ທີ 10 ມັງ​ກອນນີ້, ທ່ານ ຮານ​ສ໌ ເດດ​ມາ ສະ​ເວັ​ສ​ກຸດ ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ພາບ​ເອີ​ຣົບ​ປະ​ຈຳ​ຈີນ​ກ່າວ​ວ່າ, ປີ​ໃໝ່​ນີ້, ສະ​ຫະ​ພາບ​ເອີ​ຣົບ​ຫວັງ​ຢາກ​ຈະ​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ເຊື່ອມ​ຈອດ​ກັນ​ກັບ​ຈີນ​ຕື່ມ​ອີກ ແລະ​ປັດ​ຈຸ​ບັນ ສະ​ຫະ​ພາ​ບ​ເອີ​ຣົບ​ກຳ​ລັງ​ວາງ​ແຜນ​ການ​ວ່າ​ດ້ວຍ​ການ​ເຊືື່ອມ​ຈອດ​ກັນ​ຂອງ​ແຜ່ນ​ດິນ​ໃຫຍ່​ເອີ​ຣົບ-ອາ​ຊີ​ ເພື່ອ​ເຊື່ອມ​ຕໍ່​ກັບຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".

    ທ່ານ​ ສະ​ເວັ​ສ​ກຸດ ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງວ່າ, ສະ​ຫະ​ພາບ​ເອີ​ຣົບ ສະ​ໜັບ​ສະ​ໜູບ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່​ງ​ເສັ້ນ​ທາງ", ຫວັງ​ວ່າ​ຈະ​ຮ່ວມ​ກັນ​ຊຸກ​ຍູ້​ການ​ເຕີບ​ໂຕ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ແຜ່ນ​ດິນ​ໃຫຍ່​ເອີ​ຣົບ-ອາ​ຊີ. ປີ 2015 ຜູ້​ນຳ​ຈີນ​ແລະ​ສະ​ຫະ​ພາບ​ເອີ​ຣົບ ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຕິດ​ຕໍ່​ພົວ​ພັນ​ໃນ​ຂົງ​ເຂດ​ພື້ນ​ຖານ​ໂຄງ​ລ່າງ ແລະ​ຕົກ​ລົງ​ສ້າງ​ "ເວ​ທີ​ການ​ຮ່ວມ​ມື​ເຊື່ອມ​ຈອດ​ກັນ". ໃນ​ໄລ​ຍະ​ໄຂ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ເມື່ອ​ເດືອນ​ພຶດ​ສະ​ພາ​ປີຜ່ານ​ມາ, ສະ​ຫະ​ພາບ​ເອີ​ຣົບ​ແລະ​ຈີນ ໄດ້​ຮ່ວມ​ກັນ​ກຳ​ນົດຫຼັກ​ການ​ທີ່​ມີ​ລັກ​ສະ​ນະ​ຊີ້​ນຳ​ຈຳ​ນວນ​ໜຶ່ງ, ລວມ​ທັງ​ການ​ເປີດ​ປະ​ຕູ, ໂປ່ງ​ໃສ, ການ​ທະ​ນາ​ຄານ ແລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ສິ່ງ​ແວດ​ລ້ອມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ