ຈີນ​ຄັດ​ຄ້ານ​ຍີ່​ປຸ່ນຈົງ​ໃຈ​ສ້າງ​ເລື່ອງຈາກການ​ເຄື່ອນ​ໄຫວ​ຂອງ​ກອງ​ທັບ​ຈີນ​ທີ່​ປ້ອງ​ກັນ​ສິດ​ອະ​ທິ​ປະ​ໄຕ​ຂອງ​ຕົນ
2018-01-12 17:27:17  cri 
ຕອນ​ເຊົ້າ​ວັນ​ທີ 11 ມັງ​ກອນ​ນີ້, ກຳ​ປັ່ນ​ຮົບ​ສອງ​ລຳ​ຂອງກອງ​ປ້ອງ​ກັນ​ຕົວ​ຍີ່​ປຸ່ນ​ໄດ້​ເຂົ້າ​ໄປ​ໃນ​ເຂດ​ທະ​ເລ​ເກາະ​ຕ້ຽວ​ຢີ​ຂອງ​ຈີນ, ກົມ​ຖະ​ແຫຼງ​ຂ່າວ​​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ຢືນ​ຢັນ​ໃນ​ມື້​ດຽວ​ກັນ​ວ່າ, ກຳ​ປັ່ນ​ລາດ​ຕະ​ເວນ "ຢີ້​ຢາງ" ຂອງກອງ​ທັບ​ເຮືອ​ຈີນ​ທີ່​ຮັບ​ຜິດ​ຊອບ​ການ​ລາດ​ຕະ​ເວນ​ໄດ້​​ເຂົ້າ​ສູ່​ເຂດ​ທະ​ເລ​ດັ່ງ​ກ່າວ​ເພື່ອ​ຕິດ​ຕາມ​ການ​ເຄື່ອນ​ໄຫວ​ຂອງ​ກຳ​ປັ່ນ​ຍີ່​ປຸ່ນ, ປັດ​ຈຸ​ບັນ, ກຳ​ປັ່ນ​ຍີ່​ປຸ່ນ​ໄດ້​ອອກ​ຈາກ​ເຂດ​ດັ່ງ​ກ່າວ​ແລ້ວ.

ກ່ອນ​ໜ້າ​ນີ້, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຍີ່​ປຸ່ນ​ໄດ້ຖະ​ແຫຼງ​ວ່າ, ກຳ​ປັ່ນ​ຮົບ​ຈີນ​ໄດ້​ເຂົ້າ​ສູ່​ເຂດ​ທະ​ເລ​​ທີ່ໃກ້​ກັບ​ເຂດ​ທະ​ເລ​​ເກາະ​ຕ້ຽວ​ຢີ.

ກົມ​ຖະ​ແຫຼງ​ຂ່າວກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ເນັ້ນ​ວ່າ, ເກາະ​ຕ້ຽວ​ຢີ​ແລະ​ໝູ່​ເກາະ​ທີ່​ຂຶ້ນ​ກັບ​ເກາະ​ຕ້ຽວ​ຢີ​ແມ່ນ​ດິນ​ແດນ​ຂອງ​ຈີນ​ຕັ້ງ​ແຕ່​ສະ​ໄໝ​ບູ​ຮານ​ຜ່ານ​ມາ, ການ​ເຄື່ອນ​ໄຫ​ວ​ຂອງ​ກຳ​ປັ່ນ​ຈີນ​ຢູ່​ເຂດ​ທະ​ເລ​ທີ່​ກ່ຽວ​ຂ້ອງ​​ແມ່ນ​ຊອບ​ທຳ​ແລະ​ດ້ວຍ​ກົດ​ໝາຍ. ຍີ່​ປຸ່ນ​ປິ້ນ​ດຳໃຫ້​ເປັນ​ຂາວ​ແລະຈົງ​ໃຈ​ສ້າງ​ເລື່ອງ​ຈາກ​ການ​ເຄື່ອນ​ໄຫວ​ຂອງກອງ​ທັບ​ຈີນ​ທີ່​ຊອບ​ທຳ​ແລະ​ຊອບ​ດ້ວຍ​ກົດ​ໝາຍ​ເພື່ອ​ປ້ອງ​ກັນ​ສິດ​ອະ​ທິ​ປະ​ໄຕ​ຂອງ​ຕົນ, ຈີນ​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ຢ່າງ​ແຮງ​ແລະ​ຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ຢ້ຳ​ວ່າ, ກອງ​ທັບ​ຈີນ​ຈະ​ໃຊ້​​ທຸກ​ວິ​ທີ​ທາວ​ທີ່​ຈຳ​ເປັນ​​ເໝືອນ​ດັ່ງ​ທີ່​ປະ​ຕິ​ບັດ​ຜ່ານ​ມາ​, ເພື່ອ​ປ້ອງ​ກັນ​ສິດ​ອະ​ທິ​ປະ​ໄຕ​​ເໜືອ​ດິນ​ແດນ​ຫ່ງ​ຊາດແລະ​ຜົນ​ປະ​ໂຫຍດ​ດ້ານ​ຄວາມ​ປອດ​ໄພ​ຂອງ​ຊາດ​ຢ່າງ​ເດັດ​ດ່ຽວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ