ກະຊວງ​ການ​ຕ່າງປ​ະ​ເທດ​ຈີນ​ຄັດຄ້ານ​ສະພາ​ຕ່ຳ​ອາ​ເມ​ລິ​ກາ​ຮັບຮອງ​ຍັດຕິ​ກ່ຽວ​ກັບ​ໄຕ້​ຫວັນ
2018-01-12 16:29:10  cri 
ວັນ​ທີ 11 ມັງ​ກອນ​ນີ້, ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​​ໃນ​ພິທີ​ຖະ​ແຫຼ​ງຂ່າວ​ວ່າ: ຫວ່າງມໍ່ໆມາ​ນີ້, ສະພາ​ຕ່ຳ​ອາ​ເມ​ລິ​ກາ​ໄດ້​ຮັບຮອງ​ຍັດຕິ​ກ່ຽວ​ກັບ​ໄຕ້​ຫວັນ ​ເຊິ່ງ​ໄດ້​ຝືນ​ກັບນະ​ໂຍບາຍ​ປະ​ເທດ​ຈີນ​ດຽວ ​ແລະ​ຫຼັກການຖະ​ແຫຼ​ງການ​ຮ່ວມ​ຈີນ-ອາ​ເມ​ລິ​ກາສາມ​ສະບັບຢ່າງ​ໜັກ​ໜ່ວງ, ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນຂອງຈີນ, ສະ​ນັ້ນ ຈີນ​ຄັດຄ້ານ​ການ​ກະທຳ​ດັ່ງກ່າວຢ່າງ​ເດັດດ່ຽວ.

ທ່ານລູ້​ຄ່າງ​ກ່າວ​ຕື່ມ​ວ່າ: ຈີນ​ທວງ​ໃຫ້​ອາ​ເມ​ລິ​ກາຕ້ອງ​ເຄົາລົບນະ​ໂຍບາຍ​ປະ​ເທດ​ຈີນ​ດຽວ ​ແລະຫຼັກການຖະ​ແຫຼງການ​ຮ່ວມ​ຈີນ-ອາ​ເມ​ລິ​ກາສາມ​ສະບັບ, ​ແກ້​ໄຂ​ບັນຫາ​ໄຕ້​ຫວັນຢ່າງລະມັດລະວັງ ​ແລະຮອບ​ຄອບ, ບໍ່​ດຳ​ເນີນ​ການ​ໄປມາຫາສູ່​ກັນລະຫວ່າງ​ທາງ​ການ​ກັບ​ໄຕ້​ຫວັນ, ບໍ່​ສົ່ງ​ສັນຍານ​ຜິດພາດ​ຕໍ່​ອິດ​ທິກຳລັງ​​ແບ່ງ​ແຍກ​ໄຕ້ຫວັນ​ເປັນ​ເອກະລາດ ​ແລະ​ຮັກສາ​ສະພາບ​ລວມຂອງສາຍ​ພົວພັນ​ຈີນ-ອາ​ເມ​ລິ​ກາ ​ແລະ​ການ​ຮ່ວມ​ມື​ໃນກິດຈະການ​ສາກົນ​ລະຫວ່າ​ງສອງ​ປະ​ເທດໂດຍ​ການ​ກະທຳ​ຕົວ​ຈິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ