ໂດຍແນໃສ່ກໍລະນີທີ່ທ່ານ ໂດນັນ ທຣຳ ປະທານາທິບໍດີອາເມລິກາ ກ່າວໃນໂອກາດລົມໂທລະສັບກັບທ່ານ ມຸນເຈອິນ ປະທານາທິບໍດີສ.ເກົາຫຼີຫວ່າງມໍ່ໍ່ໆນີ້ວ່າ ຍິນດີເຈລະຈາກັບສປປເກົາຫຼີ, ທ່ານ ລູ້ຄ່າງ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຂ່າວທີ່ຈັດຂຶ້ນໃນວັນທີ 11 ມັງກອນນີ້ວ່າ, ຈີນຊົມເຊີຍທຸກໆຄວາມພະຍາຍາມທີ່ມີຜົນດີຕໍ່ການຜ່ອນຄາຍຄວາມເຄັ່ງຕຶງຂອງສະຖານະການແຫຼມເກົາຫຼີ ແລະ ຊຸກຍູ້ໃຫ້ແຫຼມເກົາຫຼີກັບຄືນສູ່ການແກ້ໄຂບັນຫາໂດຍຜ່ານການເຈລະຈາທີ່ຖືກຕ້ອງ.
ຂ່າວແຈ້ງວ່າ, ໃນເວລາລົມໂທລະສັບກັບທ່ານ ມຸນເຈອິນ ປະທານທິບໍດີ ສ. ເກົາຫຼີ, ທ່ານ ໂດນັນ ທຣຳ ປະທານາທິບໍດີອາເມລິກາກ່າວວ່າ, ຂໍພຽງແຕ່ວ່າມີໂອກາດແລະເງື່ອນໄຂທີ່ເໝາະສົມ, ອາເມລິກາຍິນດີເຈລະຈາກັບສປປເກົາຫຼີ. ກ່ຽວກັບເລື່ອງນີ້, ທ່ານ ລູ້ຄ່າງ ກ່າວວ່າ:
ພວກເຮົາໄດ້ສັງເກດເຫັນຂ່າວທີ່ກ່ຽວຂ້ອງ. ຫວ່າງມໍ່ໆນີ້, ສອງຝ່າຍເໜືອໃຕ້ແຫຼມເກົາຫຼີ ໄດ້ມີສັນຍານທີ່ຕັ້ງໜ້າຈຳນວນໜຶ່ງ ໂດຍໄດ້ຮັບຄວາມສົນໃຈສູງຈາກປະຊາຄົມໂລກ. ພວກເຮົາໄດ້ກ່າວມາຫຼາຍເທື່ອແລ້ວວ່າ, ອາເມລິກາແລະສປປເກົາຫຼີ ແມ່ນຝ່າຍກ່ຽວຂ້ອງໂດຍກົງກັບບັນຫານິວເຄລຍແຫຼມເກົາຫຼີ. ຄືກັນກັບປະຊາຄົມໂລກ ພວກເຮົາຫວັງວ່າ ສອງຝ່າຍດັ່ງກ່າວຈະສາມາດປະຕິບັດຕາມທິດທາງດຽວກັນ ແລະຢວ່າງບາດກ້າວທີ່ມີຄວາມໝາຍໃນດ້ານການເຈລະຈາ. ສ່ວນຈີນຍິນດີສືບຕໍ່ທຳຄວາມພະຍາຍາມຂອງຕົນເພື່ອຊຸກຍູ້ການແກ້ໄຂບັນຫານິວເຄລຍແຫຼມເກົາຫຼີໃຫ້ກັບຄືນສູ່ວົງໂຄຈອນແຫ່ງການເຈລະຈາ.