ສ.ເກົາ​ຫຼີ ແລະ ສ​ປ​ປ ເກົາ​ຫຼີ ​ຈະເຈ​ລະ​ຈາ​​ກ່ຽວ​ກັບ​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວພຽງ​​ຊາງ
2018-01-13 14:56:51  cri 
ກະ​ຊວງທ້ອນ​ໂຮມ​​ປະ​ເທດ​ເຂົ້າເປັນ​ເອ​ກະ​ພາບ​ຂອງ ສ.ເກົາ​ຫຼີ ​ກ່າວ​ໃນ​ວັນ​ທີ 12 ມັງ​ກອນ​ນີ້​ວ່າ: ໃນ​ມື້​ດັ່ງ​ກ່າວ ລັດ​ຖະ​ບານປະ​ເທດ​ຕົນໄດ້​ສະ​ເໜີ​ໃຫ້​ ສ​ປ​ປ ເກົາ​ຫຼີ ຈັດ​ການ​ເຈ​ລະ​ຈາສອງ​ຝ່າຍ​ກ່ຽວ​ກັບ​ການ​ສົ່ງ​ຄະ​ນະ​ຜູ້​ແທນ​ຂອງ ສ​ປ​ປ ເກົາ​ຫຼີ ​ໄປ​ເຂົ້າ​ຮ່ວມ​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວພຽງ​ຊາງຢູ່ "​ເຮືອນສັນຕິ​ພາບ"​ ​ໃນ​ເຂດ​ປານ​ມູນ​ຈອມ​ເບື້ອງ ສ ​ເກົາຫຼີ​ ໃນ​ເວ​ລາ 10 ໂມງ​ຂອງວັນ​ທີ 15 ມັງ​ກອນ​ນີ້ ( ເວ​ລາ 8 ໂມງ​ຕາມເວ​ລາ​ວຽງ​ຈັນ).

ຂ່າວ​ລາຍ​ງານ​ວ່າ,ລັດ​ຖະ​ບານ ສ.ເກົາ​ຫຼີ ໄດ້​ແຈ້ງ​ຂໍ​ລິ​ເລີ່ມ​ດັ່ງ​ກ່າວ​ໃຫ້ ສ​ປ​ປ ເກົາ​ຫຼີ ຮູ້​ໂດຍ​ຜ່ານ​ຊ່ອງ​ທາງພົວ​ພັນປານ​ມູນ​ຈອມ​ໃນ​ວັນ​ທີ 12 ມັງ​ກອນ​ນີ້, ຂະ​ນະ​ດຽວ​ກັນ ສ.ເກົາ​ຫຼີ ຍັງ​ໄດ້​ຍື່ນ​ເອ​ກະ​ສານ​ຫຼັກ​ໝັ້ນ​ຕໍ່ ສ​ປ​ປ ເກົາ​ຫຼີ ກ່ຽວ​ກັບການ​ສົ່ງ​ຄະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມງານ​​ໂອ​ລິມ​ປິກ​ລະ​ດູ​ໜາວພຽງ​ຊາງກໍ​ຄື​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ​ທີ່​ກ່ຽວ​ຂ້ອງ.

ໃນ​ຕອນ​ຄ່ຳ​ວັນ​ທີ 9 ມັງ​ກອນ​ນີ້, ສ​.ເກົາ​ຫຼີ ແລະ ສ​ປ​ປ ເກົາ​ຫຼີ ໄດ້​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ລະ​ດັບ​ສູງ​ຢູ່​ປານ​ມູນ​ຈອມ. ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ ໂດຍ​ໄດ້​ບັ​ນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ ສ​ປ​ປ ເກົາ​ຫຼີ ເຂົ້າ​ຮ່ວມ​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ​ພຽງ​ຊາງ, ຈັດ​ການ​ເຈ​ລະ​ຈາ​ລະ​ຫວ່າງພາກ​ສ່ວນ​ການ​ທະ​ຫາ​ນ​​ຂອງສອງ​ຝ່າຍ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ