ຈີນຈັດ​ງານ​ລ້ຽງປີ​ໃໝ່​​ແກ່ນັກ​ຂ່າວ​ຕ່າງ​ປະ​ເທດ​ປະ​ຈຳ​ຈີນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ
2018-01-13 15:33:50  cri 
​ຕອນ​ຄ່ຳ​ວັນ​ທີ 12 ມັງ​ກອນ​ນີ້, ກະ​ຊວ​ງ​ການ​ຕ່າງ​ປະ​ເທດ​ຈີນ​ແລະ​ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໄດ້​ຮ່ວມ​ກັນ​ຈັດ​ງານ​ລ້ຽງ​ນັກ​ຂ່າວ​ຕ່າງ​ປະ​ເທດ​ປະ​ຈຳ​ຈີນ​ຢູ່​ຫໍ​ພິ​ພິ​ທະ​ພັນນະ​ຄອນ​ຫຼວງ​ໂອ​ກາດ​ປີໃໝ່ 2018 ວຽນ​ມາ​ເຖິງ.

ທ່ານ​​ສິງ​ກ່າງ ຜູ້​ຊ່ວຍ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນໄດ້​ກ່າວປາ​ໄສ​ວ່າ, ປີ 2018 ແມ່ນ​ປີ​ທຳ​ອິດ​ໃນ​ການ​ຜັນ​ຂະ​ຫຍາຍ​ຈິດ​ໃຈກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ຢ່າງ​ຮອບ​ດ້ານ, ​ແລະກໍ​ແມ່ນ​ຈີນ​ປະ​ຕິ​ຮູບ​ເປີດ​ປະ​ຕູ​ສູ່​ພາຍນອກ​ຄົບ​ຮອບ 40 ປີ. ​ແລະ​ໃນປີ​ນີ້, ຈີນ​ຈະ​ຈັດ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ, ​ ກອງ​ປ​ະ​ຊຸມ​ສຸດຍອດ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຢູ່​ນະ​ຄອນ​ຊິງ​ດາວ, ກອງ​ປ​ະ​ຊຸມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ-ອາ​ຟ​ຣິ​ກາ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ແລະ​ອື່ນໆ.

ນັກ​ຂ່າວ​ຕ່າງ​ປະ​ເທດ​ປະ​ຈຳ​ຈີນ​ແມ່ນ​ຜູ້ໄດ້​ຮູ້​ໄດ້​ເຫັນຂະ​ບວນ​ການ​ພັດ​ທະ​ນາ​ຂອງ​ຈີນ​ດ້ວຍ​ຕົນ​ເອງ, ກໍ​ແມ່ນ​ຜູ້​​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ຈີນ​ຕໍ່​ໂລກ. ຈີນ​ສືບ​ຕໍ່​ຍິນ​ດີ​ຕ້ອນ​ຮັບ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ປະ​ເທດ​ຈີນ​ຢ່າງ​​ທ່ຽງ​ທຳ​ແລະ​ພາ​ວະ​ວິ​ໄສ, ຮ່ວມ​ກັນ​ເປັນ​ສັກ​ຂີ​ພິ​ຍານ​ຕໍ່​​ການ​ພັດ​ທະ​ນາ​ຂອງຈີນ​ໃນ​ຍຸກ​ໃໝ່​ແລະ​ຄວາມ​​ໝາຍຂອງ​ການ​ພັດ​ທະ​ນາ​ຂອງ​ຈີນ​ທີ່​ມີ​ຕໍ່​ທົ່ວ​ໂລກ.

ນັກ​ຂ່າວ​ຕ່າງ​ປະ​ເທດ​ປະ​ຈຳ​ຈີນ, ທູ​ຕາ​ນຸ​ທູດ​ຕ່າງ​ປະ​ເທດ​ປະ​ຈຳ​ຈີນ, ເຈົ້າ​ໜ້າ​ທີ່​ແລະ​ຜູ້​ຮັບ​ຜິດ​ຊອບ​ຂອງ​ບັນ​ດາ​ກະ​ຊວງ, ອົງ​ການ​ທຽບ​ເທົ່າ​ສູນ​ກາງ​ຈີນ​ແລະ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ປັກ​ກິ່ງ​, ຜູ້​ຮັບ​ຜິດ​ຊອບ​ຂອງ​ສື່ມວນ​ຊົນ​ຈີນ​ທີ່​ສຳ​ຄັນ​ຕໍ​ປະ​ມານ 600 ຄົນ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ດັ່ງ​ກ່າວ​ຢ່າງ​ພ້ອມ​ພຽງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ