ອາ​ເມ​ລິ​ກາ​ຈະ​ຂວ້ຳ​ບາດ​ຕໍ່​ອີ​ຣານ​ຫຼາຍກວ່າ​ເກົ່າ​ຢູ່ນອກ​ສັນ​ຍາ​ນິວ​ເຄຼຍ​ອີ​ຣານ
2018-01-13 15:36:06  cri 
ທ່ານ​ສະ​ເເຕ​ເວັນ ເທີ​ເນີ ມຸ​ນຸ​ຊິນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ​​ຢືນ​ຢັນ​ໃນ​ວັນ​ທີ 11 ມັງ​ກອນ​ນີ້​ວ່າ, ປະ​ເທດ​ຕົນ​ຈະ​ຂວ້ຳ​ບາດ​ຕໍ່​ອີ​ຣານ​ຫຼາຍກວ່າ​ເກົ່າ​ຢູ່ນອກ​ສັນ​ຍາ​ນິວ​ເຄຼຍ​ຮອບ​ດ້ານ​ອີ​ຣານ.

ໃນ​ພິ​ທີ​ຖ​ະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດັ່ງ​ກ່າວ, ທ່ານ​ມຸ​ນຸ​ຊິນ​ ກ່າວ​ວ່າ, ອາ​ເມ​ລິ​ກາ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ຂວ້ຳ​ບາດ​ຕໍ່​ອີ​ຣານ​ຈຳ​ນວນ​ໜຶ່ງ​ແລ້ວ, ແລະ​ຈະ​ປະ​ຕິ​ບັດ​ການ​ຂວ້ຳ​ບາດ​ຕໍ່​ອີ​ຣານ​ຫຼາຍກວ່າ​ເກົ່າ​ດ້ວຍ​ຂໍ້​ອ້າງ "ລ່ວງ​ລະ​ເມີດ​ສິດ​ທິ​ມະ​ນຸດ" ແລະ​ອື່ນໆ​ໃນ​ອະ​ນາ​ຄົດ. ທ່ານ​ກ່າວຕື່ມ​ວ່າ, ອ​າ​ເມ​ລິ​ກາ​ມີ​ຫຼັກ​ໝັ້ນ​ຈະ​ແຈ້ງ​ທີ່​ສຸດ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ, ນັ້ນ​ກໍ​ຄື​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ບໍ່​ສາ​ມາ​ດ​ສະ​ກັດ​ກັ້ນ​ອີ​ຣານ​ດຳ​ເນີນ​ການ​ທົດ​ລອງ​ຂີ​ປະ​ນາ​ວຸດ, ສະ​ນັ້ນ​ຄວນ​ດັດ​ແກ້​ສັນ​ຍາ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ