ເລ​ຂ​າ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຍ້ອງ​ຍໍ "ກຸ່ມ 77 ປະ​ເທດ​ແລະ​ຈີນ" ເສີມ​ຂະ​ຫຍາຍ​ບົດ​ບາດ​ຢ່າງ​ຕັ້ງ​ໜ້າ
2018-01-13 16:52:23  cri 
ພິ​ທີ​ມອບໜ້າ​ທີ່ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ກຸ່ມ 77 ປະ​ເທດ​ໄດ້​ຈັດ​ຂຶ້ນ​ຢູ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ນິວຢອກ​ໃນ​ວັນ​ທີ 12 ມັງ​ກອນ​ນີ້, ໃນ​ໂອ​ກາດ​ກ່າວ​ປາ​ໄສ​ໃນ​ພິ​ທີ​ດັ່ງ​ກ່າວ​ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ, ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາ​ດກ່າວ​ວ່າ, ໃນ​ຂະ​ນະ​ທີ່​ລັດ​ທິ​ຫຼາຍ​ຝ່າຍ​ປະ​ສົບ​ຄວາມ​ຫຍຸ້ງ​ຍາດ, "ກຸ່ມ 77 ປະ​ເທດ​ແລະ​ຈີນ" ແມ່ນ​ເສົາ​ຄ້ຳ​​ການ​ເສີມ​ຂະ​ຫຍາຍ​ລັດ​ທິ​ຫຼາຍ​ຝ່າຍ, ແລະ​ໄດ້​ເສີ​ມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ດ້ານ​ການ​ຮັບ​ປະ​ກັນ​ໃຫ້​ການ​ພັດ​ທະ​ນາ​ເປັນ​ໃຈ​ກາງວຽກ​ງານ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ທ່ານ​ກູ​ເຕີ​ເຣັ​ສ ກ່າວ​ຕື່ມ​ວ່າ, ພາຍ​ໃຕ້​ສະ​ພາບ​ການ​ທີ່​ບາງ​ປະ​ເທດ​ປະ​ລະ​ໜ້າ​ທີ່​ຂອງ​ຕົນ​ໃນ​ການ​ຮັບ​ມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຈີນ​ແລະ​ອິນ​ເດຍ​ເຊິ່ງ​ເປັນ​ກຸ່ມ​ເສດ​ຖະ​ກິດ​ໃຫຍ່​ທີ່​ສຸດ​ສອງ​ປະ​ເທດ​ໃນ "ກຸ່ມ 77 ປະ​ເທດ​ແລະ​ຈີນ" ໄດ້​​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ເປັນ​ຢ່າງ​ຍິ່ງ​ເພື່ອ​ຮັບ​ປະ​ກັນ​ໃຫ້​ໂລກ​ສາ​ມາດ​ຫຼີກ​ເວັ້ນ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ທີ່​ເປັນ​ຫາ​ຍະ​ນະ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ຂະ​ນະ​ດຽວ​ກັນ​ນັ້ນ​ທ່ານ ກູ​ເຕີ​ເຣັ​ສ ຍັງ​ໄດ້​ຊົມ​ເຊີຍ "ກຸ່ມ 77 ປະ​ເທດ​ແລະ​ຈີນ" ທີ່​ເສີມ​ຂະ​ຫຍາຍ​​ບົດ​ບາດ​ຢ່າງຕັ້ງ​ໜ້າໃນ​ບັນ​ຫາ​ຊາວ​ອົບ​ພະ​ຍົບ​ແລະ​ການ​ປະ​ຕິ​ຮູບ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ