ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອີ​ຣານ​ກ່າວ​ວ່າ ອາ​ເມ​ລິ​ກາເຈດ​ຕະ​ນາຢາກທຳ​ລາຍສັນ​ຍາ​ວ່າ​ດ້ວຍ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ເປັນ​ການເສຍ​ແຮງ​ລ້າໆ
2018-01-14 14:27:19  cri 
ໂດຍ​ແນ​ໃສ່​ຖະ​ແຫຼງ​ການ​ສະ​ບັບ​ຫຼ້າ​ສຸດ​ຂອງ​ທ່ານ​ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ສັນ​ຍາ​ຮອບ​ດ້ານ​ວ່າ​ດ້ວຍ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ, ຕອນ​ກາງ​ຄືນ​ວັນ​ທີ 12 ມັງ​ກອນນີ້, ທ່ານ​ໂມ​ຮາ​ມັດ ຈາ​ວັດ ຊາ​ຣິ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ໄດ້​ຂຽນ​ບົດ​ຄວາມ​ລົງ​ທຸຍ​ເຕີ(twitter)​ວ່າ: ຄວາມ​ເຈ​ຕະ​ນາ​ຂອງ​ອາ​ເມ​ລິ​ກາ​ທີ່​ຢາກ​ທຳ​ລາຍ​ສັນ​ຍາ​ຫຼາຍ​ຝ່າຍ​ທີ່​ໝັ້ນ​ຄົງ​ສະ​ບັບ​ນີ້​ເປັນ​ການເສຍ​ແຮງ​ລ້າໆ.

ທ່ານ​ຊາ​ຣິ​ຟ​ຖະ​ແຫຼງວ່າ:"ນະ​ໂຍ​ບາຍ​ແລະ​ຖະ​ແຫຼງ​ການ​ຂອງ​ທ່ານ​ທຣຳໄດ້​ຢືນ​ຢັນ​ວ່າ, ການ​ກະ​ທຳ​ທີ່​ເຈດ​ຕະ​ນາ​ຢາກ​ທຳ​ລາຍ​ສັນ​ຍາ​ຫຼາຍ​ຝ່າຍ​ທີ່​ໝັ້ນ​ຄົງ​ສະ​ບັບ​ໜຶ່ງ​ ແລະ​ຝ່າ​ຝືນ​ຂໍ້​ມາດ​ຕາ​ໃນ​ສັນ​ຍາ​ດ້ວຍ​ແນວ​ຄິດບໍ່​ດີ​ເປັນ​ການເສຍ​ແຮງ​ລ້າໆ." ທ່ານ​ກ່າວ​ວ່າ: ສັນ​ຍາ​ວ່າ​ດ້ວຍ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານບໍ່​ສາ​ມາດ​ກັບ​ຄືນ​ສູ່​ການ​ເຈ​ລະ​ຈາ​ຄືນໃໝ່, ອາ​ເມ​ລິ​ກາ​ຄວນ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ​ຢ່າງ​ຮອບ​ດ້ານ​ຄື​ອີ​ຣານ.

ວັນ​ທີ 12 ມັງ​ກອນນີ້, ທ່ານ​ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ: ຈະ​ແກ່​ເວ​ລາທີ່​ຍົກ​ເວັ້ນ​ການ​ຂວ້ຳ​ບາດ​ທີ່​ແນ​ໃສ່​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ເປັນ​ເທື່ອ​ສຸດ​ທ້າຍ. ທ່ານ​ຍັງ​ກ່າວ​ວ່າ: ສັນ​ຍາ​ວ່າ​ດ້ວຍ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ມີ"ຂໍ້​ຂາດ​ຕົກ​ບົກ​ຜ່ອງທີ່​ອາດ​ຈະ​ສ້າງ​ໄພ​ພິ​ບັດ", ທ່ານ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ສະ​ພາ​ອາ​ເມ​ລິ​ກາ​ແລະ​ປະ​ເທດ​ເອີ​ຣົບ​ເຫັນ​ດີ​ໃຫ້ດັດ​ແກ້​ຂໍ້​ມາດ​ຕາ​ໃນ​ສັນ​ຍາ, ເພີ່ມ​ເນື້ອ​ໃນ​ກ່ຽວ​ກັບ​ການ​ຈຳ​ກັດ​ໂຄງ​ການ​ຂີ​ປະ​ນາ​ວຸດ​ອີ​ຣານ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ