ຈີນ​ສົ່ງ​ດາວ​ທຽມ​ສຳ​ຫຼວດ​ບົກເລກ 3 ຢ່າງ​ສຳ​ເລັດ​ຜົນ
2018-01-14 17:40:31  cri 

ຕາມ​ຂ່າວCRI: ໃນ​ເວ​ລາ 15 ໂມງ 10 ນາ​ທີ​ຂອງວັນ​ທີ 13 ມັງ​ກອນ​ນີ້, ຢູ່​ສູນ​ຍິງ​ສົ່ງ​ດາວ​ທຽມ​ຈິວ​ຊວນ​ການ​ຊູ້, ​ຈີນໄດ້​​ສົ່ງ​ດາວ​ທຽມ​ສຳ​ຫຼວດ​ບົກ​ເລກ 3 ຂຶ້ນ​ສູ່​ອາ​ວະ​ກາດ​ຢ່າງ​ສຳ​ເລັດ​ຜົນໂດຍ​ນຳ​ໃຊ້​ຍານ​ສົ່ງ​ອາ​ວະ​ກາດ​ຊາງ​ເຈິ່ງ​ເລກ 2, ດາວ​ທຽມ​ໄດ້​ເຂົ້າ​ສູ່​ວົງ​ໂຄ​ຈອນ​ຕາມ​ທີ່​ຄາດ​ໝາຍ.



ດາວ​ທຽມ​ໜ່ວນ​ນີ້​ຕົ້ນ​ຕໍ​ຈະ​ນຳ​ໃຊ້​ເຂົ້າ​ໃນ​ການ​ດຳ​ເນີນ​ການ​ສຳ​ຫຼວດ​ດ້ານ​ຊັບ​ພະ​ຍາ​ກອນ​ທາງ​ບົກ.



ນີ້​ແມ່ນ​ການ​ບິນ​ຄັ້ງ​ທີ 263 ຂອງຍານສົ່ງ​ອາ​ວະ​ກາດ​ຊາງ​ເຈິ່ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ