ຈີນ​ຈະ​ສືບ​ຕໍ່​ພະ​ຍາ​ຍາມ​ສຸດ​ຂີດ​ເພື່ອຄົ້ນຫາ​ແລະກອບ​ກູ້​ກຳ​ປັ່ນ​ແລະລູກ​ເຮືອຂອງ​ອີ​ຣານ
2018-01-14 17:41:47  cri 
ຕາມ​ຂ່າວCRI: ວັນ​ທີ 13 ມັງ​ກອນ​ນີ້, ໃນ​ເວ​ລາໂອ້​ລົມ​ກັນ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ໂມ​ຮາ​ເມັດ ຈາ​ວາດ ຊາ​ຣີ​ຟ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ, ​ທ່ານ​ຫວາງ​ອີ້, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນໄດ້​ແຈ້ງ​ສະ​ພາບ​ການຫຼ້າ​ສຸດ​ກ່ຽວ​ກັບ​ວຽກ​ງານ​ກາການ​ຄົ້ນ​ຫາ​ແລະກອບ​ກູ້​ຂອງ​ຈີນ​ໃນ​ອຸ​ປະ​ຕິ​ເຫດ​ກຳ​ປັ່ນ​ຕຳ​ກັນທີ່​ໄດ້​ເກີດ​ຂຶ້ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຂອງ​ຈີນ. ທ່ານ​ຫວາງ​ອີ້​ກ່າວ​ວ່າ, ພາຍ​ຫຼັງ​ເກີດອຸ​ປະ​ຕິ​ເຫດ​ແລ້ວ, ລັດ​ຖະ​ບານ​ຈີນ​ໄດ້​ເອົາ​ໃຈ​ໃສ່​ໃນ​ລະ​ດັບ​ສູງ. ຍ້ອມ​ຊີ​ວິດ​ເປັນ​ສິ່ງ​ທີ່​ລ້ຳ​ຄ່າ​ທີ່​ສຸດ, ການ​ຊອກ​ຫາ​ກອບ​ກູ້​ຊີ​ວີດ​ແມ່ນ​ວຽກ​ສຳ​ຄັນ​ທີ່​ສຸດ. ລັດ​ຖະ​ບາ​ນ​ຈີນ​ໄດ້​ເຕົ້າ​ໂຮມ​ເຮືອ​ລຳ, ອຸ​ປະ​ກອນ​ແລະ​ບຸກ​ຄົນ​ຢ່າງ​ທັນ​ທີ, ແລະ​ໄດ້​ດຳ​ເນີນ​ການ​ຊອກ​ຫາ​ກອບ​ກູ້ຢ່າງ​ສຸດ​ຂີດ. ປັດ​ຈຸ​ບັນ​ນີ້, ການ​ຊອກ​ຫາ​ກອບ​ກູ້​ກຳ​ລັງ​ປະ​ຕິ​ບັດ​ຢ່າງ​ເຄັ່ງ​ຕຶງ, ຈີນ​ໄດ້​ເຊື້ອ​ເຊີນ​ໃຫ້​ທິມ​ວິ​ຊາ​ການ​ຂອງ​ປະ​ເທດ​ໃກ້​ຄຽງ​ເຂົ້າ​ຮ່ວມ​ການ​ຊອກ​ຫາ​ກອບ​ກູ້, ກໍ​ຫວັງ​ວ່າ​ກຳ​ລັງ​ການ​ຊອກ​ຫາ​ກອບ​ກູ້​ຂອງອີ​ຣານ​ຈະ​ເຂົ້າ​ຮ່ວມ, ເພີ່ມ​ທະ​ວີ​ກຳ​ລັງ​ການ​ຊອກ​ຫາ​ກອບ​ກູ້​ຢ່າງ​ຮວມ​ກັນ. ທ່ານ​ຫວາງ​ອີ້​ກ່າວ​ເນັ້ນ​ວ່າ, ຖ້າ​ມີ​ຄວາມ​ຫວັງ​ຈຳ​ນວນ 1 ເປີ​ເຊີນ, ຈີນ​ຈະ​ສືບ​ຕໍ່​ພະ​ຍາ​ຍາມ​ຢ່າງ 100 ເປີ​ເຊີນ.

ທ່ານ​ໂມ​ຮາ​ແມັດ ຈາ​ວາ ຊາ​ຣີ​ຟ​ ໄດ້​ສະ​ແດງ​ຄວາມຂອບ​ໃຈ​ຕໍ່​ຄວາມ​ພະ​ຍາ​ຍາມ​ທີ່​ໄດ້​ເຮັດ​ເພື່ອ​ຊອກ​ຫາ​ກອບ​ກູ້​ລູກ​ກຳ​ປັ່ນ​ຂອງ​ອີ​ຣານ, ກ່າວ​ວ່າ​ອີ​ຣານ​ຍິນ​ດີ​ສືບ​ຕໍ່​ຮັກ​ສາ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ຢ່າງ​ໃກ້​ຊິດ​ກັບ​ຈີນກ່ຽວ​ກັບ​ເລື່ອງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ