ມູນ​ຄ່າ​ການ​ຄ້າ​ກັບ​ພາຍ​ນອກ​ຂອງ​ຈີນ​ໃນ​ປີ 2018 ຈະ​ສືບ​ຕໍ່​ພັດທະນາ​ດີ​ຂຶ້ນ
2018-01-15 16:20:32  cri 
ອົງການ​ດ່ານ​ພາສີ​ຈີນ​ເປີ​ດ​ເຜີຍເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ປີ 2017, ຍອດ​ມູນ​ຄ່າ​ການ​ນຳ​ເຂົ້າ-ສົ່ງ​ອອກ​​ສິນຄ້າຂອງ​ຈີນ​ບັນລຸ​ເກືອບ 28.000 ຕື້​ຢວນ ​ເພີ່ມຂຶ້ນ 14,2% ​ເມື່ອ​ທຽບ​ໃສ່​ປີ 2016 ​ເຊິ່ງ​ເປັນ​ການ​ຫັນປ່ຽນ​ສະພາບ​ການຫຼຸດລົງ​ສອງ​ປີຕໍ່​ເນື່ອງ​. ​ໃນ​ນີ້, ການ​ນຳ​ເຂົ້າສິນຄ້າ​ລາຍ​ໃຫຍ່ປະ​ເພດ​ຕ່າງໆ ​ເຊັ່ນ ທາດ​ແຮ່​ເຫຼັກ ​ແລະ ນ້ຳມັນ​ດິບ​ ບໍ່​ວ່າ​ມູນ​ຄ່າ ​ແລະ ລາຄາ​ລ້ວນ​ແຕ່ເພີ່ມ​ຂຶ້ນຄູ່​ກັນ ​ແລະ ຄາດ​ວ່າ​ໃນ​ປີນີ້, ການ​ຄ້າ​ກັບ​ພາຍ​ນອກ​ຂອງ​ຈີນ​ຈະ​ສືບ​ຕໍ່​ຮັກສາ​ທ່ວງທ່າ​ພັດທະນາ​ດີ​ຂຶ້ນ​ໃນ​ສະພາບ​ທີ່​ໝັ້ນທ່ຽງ.
ທັງ​ນີ້, ທ່ານ​ຫວງ​ຊົ້ງຜິ​ງ ​ໂຄສົກ​ອົງການ​ດ່ານ​ພາສີ​ຈີນ ​ໄດ້ຢືນຢັນ​ກ່ອນ​ໜ້າ​ນີ້​ວ່າ: ປີ 2017, ຍອດ​ມູນ​ຄ່າ​ການ​ນຳ​ເຂົ້າ-ສົ່ງ​ອອກ​ສິນຄ້າຂອງ​ຈີນ​​ໄດ້​ຫັນປ່ຽນ​ສະພາບ​ການຫຼຸດລົງ​ສອງ​ປີ​ຕໍ່​ເນື່ອງ ​ໂດຍ​ການ​ສົ່ງ​ອອກ​ເພີ່ມ​ຂຶ້ນ 10,8% ​ແລະ ການ​ນຳ​ເຂົ້າ​ເພີ່ມ​ຂຶ້ນ 18,7% ​ເມື່ອ​ທຽບ​ໃສ່ປີ 2016. ທ່ານ​ຫວງ​ຊົ້ງຜິ​ງ ກ່າວ​ຕື່ມ​ວ່າ: ​ເສດຖະກິດ​ໂລກ​ພວມ​ຟື້ນ​ຕົວຢ່າງ​ຊ້າໆ, ຄວາມ​ຕ້ອງການ​ຂອງ​ພາຍ​ນອກ​ກໍ​ຄ່ອຍໆ​ເພີ່ມ​ຂຶ້ນ​​ເຊັ່ນ​ກັນ. ອີງ​ຕາມ​ສະຖິຕິ​ຂອງ​ອົງການ​ການ​ຄ້າ​ໂລກ, ​3 ​ໄຕ​ມາດທຳ​ອິດ​ຂອງ​ປີ 2017 ມູນ​ຄ່າ​ການ​ສົ່ງ​ອອກ​ໂດຍ​ລວມດ້ານ​ສິນຄ້າ​ຂອງກຸ່ມ​ເສດຖະກິດ​ສຳຄັນ 70 ກຸ່ມ​ໃນ​ໂລກ​ໄດ້​ເພີ່ມ​ຂຶ້ນຫຼາຍກວ່າ 9% ​ເມື່ອ​ທຽບ​ໃສ່​ປີ 2016 ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ ການ​ຄ້າ​ໂລກ​ມີ​ທ່ວງທ່າ​ເພີ່ມ​ຂຶ້ນຢ່າງ​ຈະ​ແຈ້ງ. ຂະນະດຽວ​ກັນ, ​ເສດຖະກິດ​ພາຍ​ໃນ​ປະ​ເທດ​ກໍ​ພັດທະນາ​ດີ​ຂຶ້ນ​ໃນ​ສະພາບ​ທີ່​ໝັ້ນທ່ຽງ ​ເຊິ່ງ​ເປັນ​ການ​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ນຳ​ເຂົ້າ​ເພີ່ມ​ຂຶ້ນ. ພ້ອມ​ກັນນັ້ນ, ​ຈີນ​ໄດ້ປະຕິບັດ​ນະ​ໂຍບາຍ​ແລະມາດ​ຕະການຕ່າງໆ​ເພື່ອ​ເປີດ​ກວ້າງ​ການ​ນຳ​ເຂົ້າ ລວມທັງ​ປັບຫຼຸດພາສີ​ນຳ​ເຂົ້າ​ເຄື່ອງອຸປະ​ໂພ​ກຈຳນວນ​ໜຶ່ງ. ນອກ​ນີ້, ຍັງປັບປຸງ​ນະ​ໂຍບາຍ​ການ​ເງິນ, ພາສີ ​ແລະ ການ​ທະນາຄານ​ທີ່ເປີດ​ກວ້າງ​ການນຳ​ເຂົ້າ​ໃຫ້​ສົມບູນ ສົ່ງ​ເສີມ​ການນຳ​ເຂົ້າອຸປະກອນ​ທີ່​ມີເຕັກນິກ​ກ້າວ​ໜ້າ ​ແລະ ​ເຄື່ອງ​ອາ​ໄລ່​ທີ່​ສຳຄັນ ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ຄ້າຫຼາຍຍິ່ງ​ຂຶ້ນ ​ແລະ​ອື່ນໆ ​ເຊິ່ງ​​ມີ​ບົດບາດຢ່າງຕັ້ງໜ້າຕໍ່​ການ​ເປີດ​ກວ້າງ​ໃນ​ການ​ນຳ​ເຂົ້າສິນຄ້າຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ