ທ່ານ​ອັບ​ບັສຢ້ຳປະຕິ​ເສດອາ​ເມ​ລິ​ກາ​ໄກ່​ເກ່ຍຄວາມ​ຂັດ​ແຍ້​ງລະຫວ່າງ​ປາ​ແລັສຕິນ-ອິສຣາ​ແອນ
2018-01-15 16:25:01  cri 

ທ່ານ​ມາ​ມຸດ ອັບ​ບັສ ປະທານາທິບໍດີ​ປາ​ແລັສຕິນ ​ໄດ້​ກ່າວ​ຢ້ຳ​ໃນ​ວັນ​ທີ 14 ມັງກອນ​ນີ້​ຢູ່​ເມືອງ​ຣາມາ​ລາ ວ່າ: ປາ​ແລັສຕິນບໍ່​ເຫັນ​ດີ​ໃຫ້​ອາ​ເມ​ລິ​ກາ​ເຂົ້າຮ່ວມ​ການ​ໄກ່​ເກ່ຍການ​ປະ​ທະ​ກັນ​ລະຫວ່າງ​ປາ​ແລັສຕິນ-ອິສຣາ​ແອນ.

ທ່ານ​ອັບ​ບັສ ​ໄດ້​ກ່າວ​ປາ​ໄສ​ໃນ​ກອງ​ປະຊຸມວິສາມັນ​ຄະນະ​ກຳມະການ​ສູນ​ກາງ​ອົງການ​ປົດ​ປ່ອຍ​ປາ​ແ​ລັສຕິນ ທີ່​ຈັດ​ຂຶ້ນຢູ່​ເມືອງຣາມາລາ ວ່າ: ປາ​ແລັສຕິນບໍ່​ຮັບຮອງ​ໃຫ້​ອາ​ເມ​ລິ​ກາ​ເປັນ​ປະ​ເທດ​ໄກ່​ເກ່ຍອີກ, ພວກ​ຂ້າພະ​ເຈົ້າ​ຈະບໍ່​ຍອມ​ເຮັດໃຫ້​ລັດທິ​ເຈົ້າມະຫາອຳນາດຂອງ​ອາ​ເມ​ລິ​ກາສົມ​ຄວາມ​ປາຖະໜາ​ຂອງ​ເຂົາ ພວກ​ຂ້າພະ​ເຈົ້າຈະ​ພິຈາລະນາ​ແຜນ​ຕ່າງໆ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງລະຫວ່າງ​ປາ​ແລັສຕິນ-ອິສຣາ​ແອນ ​ແຕ່​ບໍ່​ລວມທັງ​ອາ​ເມ​ລິ​ກາ.

ທ່ານ​ອັບ​ບັສ ​ເນັ້ນວ່າ: ​ເຢຣູຊາ​ເລັມ​ຕາ​ເວັນ​ອອກ​ແມ່ນ​ນະຄອນຫຼວງຂອງ​ປາ​ແລັສຕິນ ປະຊາຊົນ​ປາ​ແລັສຕິນຈະ​ບໍ່​ປະລະ​ຢ່າງ​ແນ່ນອນ ​ແລະ​ກໍ​ຈະ​ບໍ່​​ເຮັດຄວາມ​ຜິດພາດ​​ເໝືອນ​​ແຕ່​ກ່ອນ​ອີກ, ຂະນະ​ນີ້​ແມ່ນ​​ເວລາ​ທີ່​ສຳຄັນ​ຍິ່ງ​ສຳລັບ​ຊາວ​ປາ​ແລັສຕິນທຸກ​ຄົນຕ້ອງ​ຊ່ວຍ​ກັນ​ປົກ​ປັກ​ຮັກສາ​ນະຄອນຫຼວງ​ຂອງ​ຕົນ​​ທັນທີ​ແລະ​ເດັດຂາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ