ທົ່ວ​ໂລກ​​ຕິດ​ຕາມ​ຢ່າງ​ໃກ້​ຊິດ​ຕໍ່​ສະ​ພາບ​ການ​ໃ​ໝ່ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ
2018-01-15 14:37:08  cri 
ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ​ສອງ​ຂອງ​ຄະນະ​​ກວດກາ​​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສະ​ໄໝ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ອັດ​ລົງ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ ສ​ປ ຈີນ​ໃນ​ວັນ​ທີ 13 ມັງ​ກອນ​ນີ້. ສະ​ພາບ​ການ​ໃໝ່​ຕ້ານການ​ສໍ້​ລາດ​ບັງ​ຫຼວ​ງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​​ສ້າງ​ຄວາມ​ສົນ​ໃຈ​ຢ່າງ​ສູງ​ຕໍ່​ທົ່ວ​ໂລກ.

​ຄະນະ​​ກວດກາ​​ສູນ​ກາງ​ພັກ​ກອມ​ມູນິດ​ຈີນແຈ້ງ​ຂ່າວ​ໃນ​ວັນ​ທີ 11 ມັງ​ກອນ​ນີ້​ວ່າ, ອົງ​ການ​ ກວດ​ກາ​​ທົ່ວ​ປະ​ເທດ​ຈີນ​ໄດ້​ລົງ​ໂທດ 5 ແສນ 2 ໝື່ນ 7 ພັນ​ຄົນ​ໃນ​ປີ​ຜ່ານ​ມາ, ໃນ​ນັ້ນ​ລວມ​ທັງ​ເຈົ້າ​ໜ້າ​ທີ່​ລະ​ດັບ​ແຂວງ​​ຂຶ້ນ​ໄປມີ 58 ຄົນ.

ທ່ານ​ດີ​ມີ​ຕ​ຣີ ວ​ຣາ​ຊິ​ສ, ຜູ້​ຮັບ​ຜິດ​ຊອ​ບ​ວຽກ​ງານ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວ​ງ​ແລະ​ອາ​ຊະ​ຍະ​ກຳ​ເສດ​ຖະ​ກິດ​ຂອງ​ຫ້ອງ​ການ​ບັນ​ຫາ​ອາ​ຊະ​ຍະ​ກຳ​ແລະ​ຢາ​ເສບ​ຕິດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ, ຄະ​ດີ​ກ່ຽວ​ພັນ​ເຖິງ​ການ​ສໍ້​ລາ​ດ​ບັງ​ຫຼວງ​ທີ່​ຈີ​ນ​ສຳ​ຫຼວດສືບ​ສວນ​ໃນ​ຫຼາຍ​ປີ​ຜ່ານ​ມາ​ສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ​ໄດ້​ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ໃຫຍ່​ຫຼວງ​ໃນ​ຂົງ​ເຂດ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແລະ​ໄດ້​ຮັບ​ຜົນ​ງານ​ຢ່າງ​ຫຼວງ​ຫຼາຍ.

ໃນ​ກອງ​ປະ​ຊຸມ​ສຸດຍອດ​ຈີນ-ອາ​ຊຽນ​ທີ່​ຈັດ​ຂຶ້ນ​ຢູ່​ຟີ​ລິບ​ປີນ​ໃນ​ເດືອນ​ພະ​ຈິກ​ປີ​ຜ່ານ​ມາ, ໄດ້​ອອກ "ຖະ​ແຫຼງ​ການ​ຮ່ວມ​​ລະ​ຫວ່າງ​ຈີນ-ອາ​ຊຽນ​ກ່ຽວ​ກັບ​ການເພີ່ມ​ທະ​ວີ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ", ນີ້​ໝາຍ​ຄວາມ​ວ່າຜູ້​​ທີ່ສໍ້​ລາດ​ບັງ​ຫຼວງ​​ບໍ່​ສາ​ມາດໜີ​ໄປ​ລີ້​ໄພບໍ່​ສາ​ມາດ​ໂອນ​ຊັບ​ສິນຂອງ​ຕົນ​ໄປ​ອາ​ຊຽນ​ໄດ້​ຢ່າງ​ເດັດ​ຂາດ.

ທ່ານ​ລຸ​ຊິ​ໂອ ພິດ​ໂລ, ຜູ້​ຊ່ຽວ​ຊັນ​ບັນ​ຫາ​ຈີນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ Ateneo de Manila ກ່າວ​ວ່າ, ຈີນ​ປະ​ຕິ​ບັດ​ການ​ຕິດ​ຕາມ​ຈັບ​ຜູ້​ສໍ້​ລາດ​ບັງ​ຫຼວງ​ທີ່​ໜີ​ໄປ​ຢູ່​ຕ່າງ​ປະ​ເທດ​ຢ່າງ​ສຳ​ເລັດ​ຜົນ, ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ຈີນ​ທີ່​ຕ້ານການ​ສໍ້​ລາດ​ບັງ​ຫຼວງ​ຕາມ​ກົດ​ໝາຍ​ຢ່າງ​ເຂັ້ມ​ງວດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ