ສະພາ​ອີຣານບໍ່​ຮັບຮອງ​ການ​ປ່ຽນ​ແປງ​ໃນ​ສັນຍາ​ນິວ​ເຄຼຍອີຣານ
2018-01-15 13:49:33  cri 

ຕາມ​ຂ່າວCRI: ວັນ​ທີ 14 ມັງກອນ​ນີ້, ທ່ານ​ອະ​ລີ ລະຣິຈັນ​ນີ ປະທານ​ສະພາ​ອີຣານປະກາດ​ວ່າ: ສະພາ​ອີຣານບໍ່​ຮັບຮອງ​ການ​ປ່ຽນ​ແປ່​ງ​ໃດໆຕໍ່​ສັນຍາ​ຮອບດ້ານ​ນິວ​ເຄຼຍອີຣານທີ່​ໄດ້​ບັນລຸ​ໃນ​ເດືອນ​ກໍລະກົດ​ປີ 2015 ຢ່າງ​​ເດັດດ່ຽວ.

ທ່ານ​ກ່າວ​ຕື່ມ​ໃນ​ກອງ​ປະຊຸມ​ຄົບ​ຄະນະ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ເຕ​ເຮ​ຣານ​ໃນ​ມື້​ດຽວ​ກັນ​ວ່າ: ຄຳ​ເວົ້າ​ກ່ຽວ​ກັບ​ສັນຍາ​ນິວ​ເຄຼຍອີຣານຂອງ​ທ່ານ​ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ແມ່ນ​ກຳລັງ​ທຳລາຍ​ສັນຍາ​ສະບັບນີ້.


ວັນ​ທີ 12 ມັງກອນ​ນີ້, ທ່ານ​ທຣຳຕັດສິນ​ຕາມ​ສັນຍາ​ຮອບດ້ານ​ນິວ​ເຄຼຍອີຣານ ​ເລື່ອນ​ເວລາ​ຍົກ​​ເລີກ​ການຂວ້ຳ​ບາດຕໍ່​ອີຣານ. ຂະນະ​ດຽວ​ກັນ, ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ​ໄດ້​ບັນທຶກ​ລາຍ​ຊື່​ປະຊາຊົນ​ອີຣານ 14 ຄົນ ​ແລະ​ວິ​ສາ​ຫະກິດ​ອີຣານ​​ເຂົ້າ​​ໃນ​ບັນຊີ​ຂວ້ຳ​ບາດ, ​​ໃນ​ຂໍ້​ກ່າວ​ຫາ​ວ່າ​ ​ເຂົາ​ເຈົ້າ​ລະ​ເມີດ​ສິດທິ​ມະນຸ​ດ ​ແລະ​ເຂົ້າ​ຮ່ວມ​ແຜນການ​ຂີ​ປະ​ນາ​ວຸດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ