ນະຄອນຫຼວ​ງ​ແບ​ກ​ແດດ​ເກີດ​ເຫດການ​​ໂຈມ​ຕີ​ແບບ​ສະລະ​ຊີບສອງ​ເທື່ອ
2018-01-16 10:59:58  cri 
ວັນ​ທີ 15 ມັງກອນ​ນີ້, ອົງການ​ສາທາລະນະ​ສຸກ​ອີຣັກຢືນຢັນ​ວ່າ: ​ເຫດການ​​ໂຈມ​ຕີ​ດ້ວຍ​ລະ​ເບີດ​ສອງ​​ເທື່ອ​ທີ່​ເກີດ​ຂຶ້ນ​ຢູ່​ໃຈ​ກາງ​ນະຄອນຫຼວງ​​ແບກ​ແດດ​ໄດ້​ເຮັດ​ໃຫ້ 27 ຄົນ​ເສ​ຍຊີວິດ​ ​ແລະ 91 ຄົນ​​ໄດ້​ຮັບ​ບາດ​ເຈັບ.

ພະນັກງານພະ​ແນ​ກ​ສາທາລະນະ​ສຸກ​ແບກ​ແດດ​ກ່າວ​ວ່າ: ​ຈາກ​ເຫດການ​ດັ່ງກ່າວ​ນີ້, ໂຮງໝໍ​ທີ່​ຂຶ້ນ​ກັບ​ກະຊວງ​ສາທາລະນະ​ສຸກ​ໄດ້​ຮັບ​ຜູ້​ເສຍ​ຊີວິດ 27 ຄົນ ​ແລະ​ຜູ້​ບາດ​ເຈັບ 91 ຄົນ.
​ເຈົ້າ​ໜ້າ​ທີ່​ອົງການ​ສາທາລະ​ນະ​ສຸກອອກ​ຖະ​ແຫຼ​ງການ​ວ່າ: ​ໂຮງໝໍ​ຕ່າງໆ​ກໍ​ພະຍາຍາມ​​ໃຫ້​ການ​ຊ່ວຍ​ເຫຼືອ​ຕໍ່ຜູ້​ບາດ​ເຈັບຢ່າງ​ເຕັມທີ່ ​ແລະ​ຄາດ​ວ່າ​ຈຳນວນ​ຄົນ​ເສຍ​ຊີວິດ ​ແລະ​ບາດ​ເຈັບ​​ອາດ​​ຈະເພີ່ມ​ຂຶ້ນຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ