ຈີນ​ຈະ​ສືບຕໍ່ດຶງ​ດູດຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ລະດັບ​ສູງ​ຈາກ​ພາຍ​ນອກ
2018-01-17 16:20:56  cri 

ທ່ານ​ຈ່າງ​ຈ້ຽນ​ໂກວ໋ ຮອງ​ລັດຖະມົນຕີ​ກະຊວງ​ຊັບພະຍາກອນ​ມະນຸດ​ແລະ​ປະກັນ​ສັງຄົມ, ຫົວໜ້າ​ອົງການ​ຜູ້​ຊ່ຽວຊານ​ຊາວ​ຕ່າງປະ​ເທດ​​ແຫ່ງ​ຊາດ​ຈີນ ກ່າວ​​ໃນ​ກອງ​ປະຊຸມ​ວຽກ​ງານ​ດຶງ​ດູດ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ສະຕິ​ປັນຍາ​ຈາກພາຍ​ນອກ​ທົ່ວ​ປະ​ເທດ ທີ່​ຈັດ​ຂຶ້ນຢູ່​ປັກ​ກິ່ງ​ໃນ​ວັນ​ທີ 16 ມັງກອນ​ນີ້​ວ່າ: ປັດຈຸບັນ, ຈີນ​ຕ້ອງການ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດດ່ວນ​ກວ່າ​ຍາມ​ໃດ​ໝົດ​ໃນ​ປະຫວັດສາດ ​ແລະ​ໃນ​ຕໍ່ໜ້າຈະ​ພະຍາຍາມດຶງ​ດູດ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ລະດັບ​ສູງຈາກ​ພາຍ​ນອກ ​ໂດຍ​ເນັ້ນ "ລະດັບ​ສູງ, ຫົວ​ກະທິ, ​ເດັ່ນ ​ແລະ ພາຍ​ໃນ​ປະ​ເທດຂາດ​ເຂີນ" ​ແລະ​​ໃຫ້​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ຊາວ​ຕ່າງປະ​ເທດ​ຮູ້ສຶກ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍຍິ່ງ​ຂຶ້ນ​ໃນ​ການ​ມາ​ປະດິດ​ສ້າງ ​ແລະ ພັດທະນາ​ຢູ່​ຈີນ.
ຕົວ​ເລກຫຼ້າສຸດສະ​ແດງ​ໃຫ້​ເຫັນ​ວ່າ: ຊາວ​ຕ່າງປະ​ເທດ​ທີ່​ມາ​ເຮັດ​ວຽກ​ຢູ່​​ແຜ່ນດິນ​ໃຫຍ່ຈີນ​ໃນ​ປີ 2016 ບັນລຸ​ເຖິງ 908.000 ​ເທື່ອ​ຄົນ. ​ທ່ານ​ຈ່າງ​ຈ້ຽນ​ໂກວ໋ ກ່າວຕື່ມ​ວ່າ​: ​ໃນ 5 ປີຜ່ານມາ, ຈີນ ພະຍາຍາມດຶງ​ດູດ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ລະດັບ​ສູງຈາກພາຍ​ນອກ ​ໂດຍ​​ຍຶດໝັ້ນເນັ້ນ "ລະດັບ​ສູງ, ຫົວ​ກະທິ, ​ເດັ່ນ ​ແລະ ພາຍ​ໃນ​ປະ​ເທດຂາດ​ເຂີນ" ​ໄດ້​ຊຸກຍູ້​ໃຫ້​ບັນດາ​ຂົງ​ເຂດ, ບັນດາ​ຂະ​ແໜງ​ການ​ມີ​ສ່ວນ​ຮ່ວມ​ໃນ​ຕ່ອງ​ໂສ້​ອຸດສາຫະກຳ, ຕ່ອງ​ໂສ້​ມູນ​ຄ່າ ​ແລະ ຕ່ອງ​ໂສ້​ການ​ປະດິດ​ສ້າງ ​ໃນທົ່ວ​ໂລກ ​ເຊິ່ງ​ໄດ້​ສະໜອງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ-ສັງຄົມ.

ຂ່າວ​ລາຍ​ງານ​ຕື່ມ​ວ່າ: ມາ​ຮອດ​ປັດຈຸບັນ, ມີ​ຜູ້​ຊ່ຽວຊານ​ຕ່າງປະ​ເທດ​ຈາກ 70 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ 1.549 ຄົນ​ໄດ້​ຮັບ​ລາງວັນ​ມິດຕະພາບ​ຈາກລັດຖະບານ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ