ເປີດ​ເຜີຍ​ຜົນການຄົ້ນພົບ​ຮ່ອງຮອຍບູຮານທີ່​ສຳຄັນ​ຂອງ​ຈີນ​ໃນ​ປີຜ່ານມາ
2018-01-17 16:43:50  cri 

ຜົນການຄົ້ນພົບ​ຮ່ອງຮອຍ​ບູຮານສຳຄັນ​ຂອງຈີນ​ປີ 2017 ​ໂດຍ​ຜ່ານ​ການ​ກວດສອບຈາກ​ຄະນະ​ຊ່ຽວຊານ​ພາຍ​ໃນ​ວົງ​ການ​ບູຮານ​ນະ​ຄະດີ ​ໄດ້​ເປີດ​ເຜີຍ​ໃນ​ເວທີ​ບູຮານ​ນະ​ຄະດີ ສະ​ຖາ​ບັນ​ວິທະຍາສາດ-ສັງຄົມ​ແຫ່ງ​ຊາດ​ຈີນ​ໃນ​ວັນ​ທີ 16 ມັງກອນ​ນີ້ ​​ເຊິ່ງ​ລວມມີ ຮ່ອງຮອຍຖ້ຳ​ທົ່ງ​ທ່ຽນ​ເມືອງ​ເຈ​ມີ​ໄນ​ເຂດປົກຄອງ​ຕົນ​ເອງ​ຊິ່ນ​ຈ່ຽງ, ຮ່ອງຮອຍສະ​ໄໝ​ຫີນ​ໃໝ່ຈ່ຽວ​ເຈ່ຍ ​ເຂດ​ຈ່າງ​ຊິ່ວ ນະຄອນ​ຈີ​ໜານ ​ແຂວງ​ຊ່ານ​ຕົ່ງ, ຮ່ອງຮອຍ​ໜານ​ຊ່ານ ​ເມືອງ​ໝິງຊີ່ ​ແຂວງ​ຝູຈ້ຽນ, ຮ່ອງຮອຍ​ສະ​ໄໝ​ລາຊະ​ວົງ​ໂຈ່​ວຊູເຈ່ຍ​ໂຫຼງ ​ເມືອງ​ຈິ່ງ​ຊ່ານ ​ແຂວງ​ຫູເປີ​ຍ, ຮ່ອງຮອຍ​ລາຊະວົງ​ໂຈ່​ວຕາ​ເວັນ​ອອກ ທີ່​ຕັ້ງຢູ່​ເຂດບໍລິຫານ​ເກົ່າ​ຂອງ​ຕາ​ແສງໜານ​ສຽວ ​ເມືອງ​ສິງ​ຖາງ ​ແຂວງ​ເຫີ​ເປີ​ຍ ​ແລະ ຮ່ອງຮອຍ​ສະ​ໄໝ​ລາຊະວົງ​ຈິ່ນ ປາວ​ໝ໋າ​ເສິງ ​ເມືອງ​ອ່ານ​ຖູ​ ແຂວງຈີຫຼິນ.



1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ