ປະສົບການພັດທະນາຂອງຈີນເປັນແບບຢ່າງທີ່ດີແລະຄວນສຶກສາຮ່ຳຮຽນ
2018-01-17 11:05:49  cri 

ວັນທີ 15 ມັງກອນນີ້, ທ່ານມູເຮຕັນ ຮອງເລຂາທິການໃຫຍ່ອາຊຽນກ່າວໃນກິດຈະກຳພົວພັນມິດຕະພາບປີໃໝ່ 2018 ຂອງໝູ່ຮຽນອາຊຽນໂຄງການຊ່ວຍອົບຮົມພະນັກງານຕ່າງປະເທດຂອງລັດຖະບານຈີນວ່າ, ຈີນໄດ້ສ້າງຜົນສະທ້ອນໃນໂລກໂດຍສະເພາະໃນພາກພື້ນອາຊຽນນັບມື້ນັບຫຼາຍຂຶ້ນ, ປະສົບການແຫ່ງການພັດທະນາຂອງຈີນໜ້າສົນໃຈແລະຮ່ຳຮຽນສຳລັບອາຊຽນ.

ທ່ານມູເຮຕັນໄດ້ຍ້ອງຍໍແລະຂອບໃຈໂຄງການຊ່ວຍອົບຮົມພະນັກງານຕ່າງປະເທດຂອງລັດຖະບານຈີນທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມອາຊຽນ. ທ່ານກ່າວວ່າ, ຫວັງວ່າຈະມີນັກຮຽນນັກສຶກາສາອາຊຽນນັບມື້ນັບຫຼາຍຂຶ້ນມາເຂົ້າຮ່ວມໂຄງການດັ່ງກ່າວ, ເພີ່ມທະວີການແລກປ່ຽນແລະການສື່ສານໃນຂົງເຂດຕ່າງໆໃຫ້ເຂົ້າສູ່ລວງເລິກ, ຮ່ວມກັນສ້າງອະນາຄົດອັນດີງາມໃຫ້ແກ່ການພົວພັນລະຫວ່າງອາຊຽນກັບຈີນ.

ຂ່າວແຈ້ງວ່າ, ມາຮອດປີ 2017, ອົງການທີ່ກ່ຽວຂ້ອງຂອງອາຊຽນໄດ້ສົ່ງພະນັກງານ 105 ເທື່ອຄົນມາອົບຮົມໄລຍະສັ້ນຢູ່ຈີນ ແລະພະນັກງານທີ່ເຂົ້າຮ່ວມໂຄງການສຶກສາລະດັບສູງມີ 7 ຄົນ. ຫົວຂໍ້ອົບຮົມກ່ຽວພັນເຖິງເສດຖະກິດມະຫາພາກ, ການຄ້າ, ການເງິນ, ການຈັດສັນຜັງເມືອງ, ຄົມມະນາຄົມ, ການທ່ອງທ່ຽວ, ການສຶກສາ, ວິສະວະກຳ, ສື່ມວນຊົນ, ຄວາມປອດໄພຂອງອິນເຕີເນັດແລະອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ