ປາ​ມຸກ​ລັດຈີນ​ອາ​ເມ​ລິ​ກາ​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ ແລະ​ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ
2018-01-17 15:33:21  cri 

ວັນ​ທີ 16 ມັງ​ກອນ​ນີ້, ໃນ​ກອງ​ປະ​ຊຸມ​ຂ່າວ, ທ່ານ​ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ໃນ​ເວ​ລາ​ລົມ​ໂທ​ລະ​ສັບ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ແລກ​ປ່ຽ​ນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ ແລະ​ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ​ກັບ​ທ່ານໂດ​ນານ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ. ສອງ​ຝ່າຍ​ໄດ້ປຶກ​ສາ​ຫາ​ລື​ວ່າ​​ຈະ​​ເຮັດ​ແນ​ວ​ໃດ​ເພື່ອນຳ​ໃຊ້ 4 ກົນ​ໄກ​ສົນ​ທະ​ນາ​ລະ​ດັບ​ສູງໃຫ້​ດີ ເພື່ອ​ຊຸກ​ຍູ້​ການ​ແລກ​ປ່ຽ​ນ​ຮ່ວມ​ມືໃນ​ຂົງ​ເຂດ​ຕ່າງໆ, ເຊັ່ນ: ການ​ທະ​ຫານ, ການ​ປາບ​ປາມຢາ​ເສບ​ຕິດ, ​ກົດ​ໝາຍ, ເສດ​ຖະ​ກິດ​ການ​ຄ້າ, ວັດ​ທະ​ນະ​ທຳ, ທ້ອງ​ຖິ່ນແລະ​ອື່ນໆ, ຊຸກ​ຍູ້​ການ​ພົວ​ພັນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງຈີນ​ອາ​ເມ​ລິ​ກາ​ໃຫ້​ພັດ​ທະ​ນາ​ກ້າວໜ້າຕື່ມ​ອີກ.

ທ່ານ​ລູ້​ຄ່າງ​ກ່າວ​ວ່າ, ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ຊີ້​ອອກ​ຢ່າງ​ຈະ​ແຈ້ງວ່າ, ການ​ພົວ​ພັນ​ທາງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ຈີນ​ອາ​ເມ​ລິ​ກາ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ. ຍອດ​ຈຳ​ນວນການ​ຮ່ວມ​ມືທາງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ຈີນ​ອາ​ເມ​ລິ​ກາ​ໃຫຍ່​ຫຼາຍ, ສະ​ນັ້ນ, ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ປ​າ​ກົດ​ມີ​ຄວາມ​ຂັດ​ແຍ້ງ​ກັນ​ຈຳ​ນວນ​ໜຶ່ງ​ກໍ່​ແມ່ນ​ເລື່ອງ​ທີ່​ຫຼີກ​ເວັ້ນ​ບໍ່​ໄດ້. ສຳ​ຄັນ​ແມ່ນ ສອງ​ຝ່າຍ​ຄວນ​ໃຊ້​ວິ​ທີ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ, ເພີ່ມ​ທະ​ວີ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ລະ​ຫວ່າງ​ສອງ​ຝ່າຍ, ​ແລະ​ຕ້ອງ​ແກ້​ໄຂ​ບັນ​ຫາ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຈຳ​ນວນ​ໜຶ່ງ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ​ໃຫ້​ເໝາະ​ສົມ.

ທ່ານ​ລູ້​ຄ່າງ​ກ່າວ​ວ່າ, ປາ​ມຸກ​ລັດ​ສອງ​ປະ​ເທດ​ຍັງ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ແຫຼມ​ເກົາ​ຫຼີ​ໃນ​ເວ​ລາ​ລົມ​ໂທ​ລະ​ສັບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ