ຊຸກ​ຍູ້​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຊຽນໃຫ້​ຂະ​ຫຍາຍ​ຕົວ​ແລະແໜ້ນ​ແຟ້ນກວ່າ​ເກົ່າ
2018-01-17 15:48:54  cri 

ຕາມ​ຂ່າວ CRI: ວັນ​ທີ 15 ມັງ​ກອນ​ນີ້ໃນ​ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI, ທ່ານ​ຫວງ​ຊີ​ລຽນ, ​ວ່າ​ທີ່ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ​ກ່າວ​ວ່າ, ຕົນ​ຮູ້​ສຶກ​ມີ​ຄວາມ​ຮັບ​ຜິດ​ຊອບ​ຢ່າງ​ໃຫຍ່​ຫຼວງ​ແລະ​ມີ​ພາ​ລະ​ກຳ​ສູງ​ສົ່ງ. ຈີນ​ແລະ​ອາ​ຊຽນ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່​, ຫວັງ​ວ່າ​ໃນ​ໄລ​ຍະ​ດຳ​ລົງຕຳ​ແໜ່ງ​ຂອງ​ຕົນ​ຈະ​ສາ​ມາດ​ຊຸກ​ຍູ້​ສາ​ຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ຊຽ​ນໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ແທ້​ຈິງ, ແລະ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຊຽນ​ທີ່ແໜ້ນ​ແຟ້ນກວ່າ​ເກົ່າ.

ທ່ານ​ຫວງ​ຊີ​ລຽນ​ກ່າວ​ວ່າ, ອາ​ຊຽນ​ແມ່ນ​ອົງ​ການ​ຮ່ວມ​ມື​ພາກ​ພື້ນ​ສຳ​ຄັນ​ທີ່​ສຸດ​ໃນ​ເຂດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້. ປັດ​ຈຸ​ບັນ​ຈີນ​ແລະ​ອາ​ຊຽນ​ລ້ວນ​ແຕ່​ໄດ້​ກ້າວ​ເຂົ້າ​ສູ່​ຍຸກໃໝ່. ສຳ​ລັບ​ອາ​ຊຽນ​ແລ້ວ, ປະ​ຊາ​ຄົມ​ອາ​ຊຽນ​ໄດ້​ສ້າງ​ສຳ​ເລັດ​ແລ້ວ, ການ​ກໍ່​ສ້າງ​ປະ​ຊາ​ຄົມ​ດ້ານ​ຄວາມໝັ້ນ​ຄົງການ​ເມືອງ, ເສດ​ຖະ​ກິດ​ແລະ​ສັງ​ຄົມ​ກໍ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ສຳ​ຄັນ. ປີ 2017 ​ເປັນ​ປີ​ທີ່ອາ​ຊຽນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 50 ປີ, ​ແລະປີ​ນີ້​ແມ່ນ​ປີ​ທຳ​ອິດ​ຂອງ 50 ປີ​ຮອບ​ໃໝ່​ຂອງ​ອາ​ຊຽນ, ປະ​ເທດ​ອາ​ຊຽນ​ໄດ້​ຜະ​ເຊີນ​ກັບ​ໂອ​ກາດ​ພັດ​ທະ​ນາ​ໃໝ່. ພ້ອມ​ກັນ​ນັ້ນ​ຈີນ​​ກໍໄດ້​ກ້າວ​ເຂົ້າ​ສູ່​ການ​ກໍ່​ສ້າງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່, ອາ​ຊຽນ​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ​ຈີນ​ແຫ່ງ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວ​ນ​ມະ​ນຸດ​ແລະ​ສ້າງ​ສາຍ​ພົວ​ພັນ​ແບບ​ໃໝ່. ​ທ່ານ​ຫວງ​ຊີ​ລຽນ​ກ່າວ​ຕື່ມ​ວ່າ, ຫວັງ​ວ່າ​ພາຍ​ຫຼັງດຳ​ລົງ​ຕຳ​ແໜ່ງ​​ຢ່າງ​ເປັນ​ທາງ​ການແລ້ວ, ຕົນ​ຈະ​ສາ​ມາດ​ຮ່ວມ​ກັບ​ເພື່ອນ​ມິດ​​ອາ​ຊຽນ, ລົງ​ເລິກ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ, ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ, ຊຸກ​ຍູ້​ມິດ​ຕະ​ພາບ​ລະ​ຫວ່າງ​ປະຊາ​ຊົນ​ຂອງ​ປະ​ເທດ​ຕ່າງໆ, ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ຊຽນ​ຍົກ​ລະ​ດັບ​ສູງ​ຂຶ້ນ​ຕື່ມ, ແລະ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຊຽນ​ທີ່ແໜ້ນ​ແຟ້ນກວ່າ​ເກົ່າ.

ທ່ານ​ຫວງ​ຊີ​ລຽນໄດ້​ກ່າວ​ເຖິງວຽກ​ງານ​ທີ່​ສຳ​ຄັນ​ສາມ​ດ້ານ​ທີ່​ຈະ​ຕ້ອງ​ປະ​ຕິ​ບັດ​ຄື: ​ໜຶ່ງ, ປີ​ນີ້​ແມ່ນ​​ປີ​ທີ່ຈີນ-ອາ​ຊຽນ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​​ຍຸ​ດ​ທະ​ສາດ​ຄົບ​ຮອບ 15 ປີ, ຫວັງ​ວ່າ​ຈະນຳ​ໃຊ້​ໂອ​ກາດ​ດັ່ງ​ກ່າວ​ສະ​ຫຼຸ​ບ​ບົດ​ຮຽນ​ທີ່​ໄດ້​ຮບ​ຜົນ​ສຳ​ເລັດ​ໃນ 15 ປີ​ຜ່ານ​ມາ, ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ຊຽນ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່. ສອງ, ຊຸກ​ຍູ້​ສ້າງວິ​ໄສ​ທັດ​ປີ 2030 ຂອງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​​ຍຸດ​ທະ​ສາດ​ລະ​ຫວ່າງ​ຈີນ-ອາ​ຊຽນ, ວິ​ໄສ​ທັດ​ດັ່ງ​ກ່າວ​ຈະ​ສ່ອງ​ແສງເຖິງ​ຄວາມ​ປາ​ຖະ​ໜາ​ຮ່ວມ​ຂອງ​ປະ​ຊາ​ຊົນ​ຈີນ​ແລະ​​ອາ​ຊຽນ, ນຳ​ພາ​ປະ​ຊາ​ຊົນ​ຂອງ 11 ປະ​ເທດ​ກ້າວ​ໄປ​ສູ່​ວິ​ໄສ​ທັດ​ຮ່ວມ​ກັນ. ແລະ​ສາມ, ຜູ້​ນຳ​ຈີນ​ແລະ​ອາ​ຊຽນ​ໄດ້​ຮ່ວມ​ກັນ​ຕົກ​ລົງເອົາ​ປີ 2018 ເປັນ​ປີ​ປະ​ດິດ​ສ້າງ​ໃໝ່​ຈີນ-ອາ​ຊຽນ, ຈີນ​ພວມ​ປະ​ຕິ​ບັດ​ຍຸ​ທະ​ສາດ​ພັດ​ທະ​ນາ​ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່, ​ອາ​ຊຽນ​ກໍ​ມີ​ຍຸດ​ທະ​ສາດ​ທີ່​ຄ້າຍ​ຄື​ກັນ. ຫວັງ​ວ່າ​ຜ່ານ​ການ​ຈັດ​ກິດ​ຈະ​ກຳ​ຕ່າງໆ​ໃນ​ປີ​ປະ​ດິດ​ສ້າງ​ໃໝ່​ຈີນ-ອາ​ຊຽນ, ຈີນ​ແລະ​ອາ​ຊຽນຈະ​ສາ​ມາດ​ເຊື່ອມ​ຈອດ​ທ່າ​ແຮງ​ຂອງ​ຕົນ, ​ແລະບັນ​ລຸ​ການ​ພັດ​ທະ​ນາ​ຮ່ວມ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ