ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຮຽກ​ຮ້ອງ​​ໃຫ້ຮັກ​ສາ​ສັນ​ຍາ​ນິວ​ເຄຼຍ​ອີ​ຣານ
2018-01-18 14:52:45  cri 
ວັນ​ທີ 17 ມັງ​ກອນ​ນີ້​ໃນ​​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ໄດ້ປະ​ຕິ​ບັດ​ຄົບ​ຮອບ 2 ປີ​ແລ້ວ, ທ່ານອັນ​ໂຕ​ນີ​​ໂອ ກູ​ເຕີ​ເຣັສ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ອອກ​ຖະ​ແຫຼງ​ການ​ໂດຍ​ຜ່ານ​ໂຄ​ສົກ​ຂອງ​ຕົນ, ຮຽກ​ຮ້ອງ​ໃຫ້​ຮັ​ກ​ສາ​ສັນ​ຍາ​ນິວ​ເຄຼຍ​ອີ​ຣານ.

ຖະ​ແຫຼງ​ການ​ລະ​ບຸ​ວ່າ, ທ່ານກູ​ເຕີ​ເຣັສ ເຊື່ອ​ວ່າ​ສັນ​ຍາ​ນິວ​ເຄຼຍ​ອີ​ຣານ​ແມ່ນ​ຊ່ອງ​ທາງ​ດີ​ທີ່​ສຸດ​ທີ່​ຮັບ​ປະ​ກັນ​ໃຫ້​ແຜນ​ການ​ນິວ​ເຄຼຍ​ອີ​ຣານ​ເພື່ອ​ນຳ​ໃຊ້​ໃນ​ເປົ້າ​ໝາຍ​ສັນ​ຕິ​ພາບ​ເທົ່າ​ນັ້ນ, ແມ່ນ​ຜົນ​ງານ​ສຳ​ຄັນ​ໃນ​ຂົງ​ເຂດ​ບໍ່​ແຜ່​ລະ​ບາດ​ອາ​ວຸດ​ນິວ​ເຄຼຍ​ແລະ​ຂົງ​ເຂດ​ກາ​ນ​ຕ່າງ​ປະ​ເທດ, ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແລະ​ສາ​ກົນ. ທ່ານ ກູ​ເຕີ​ເຣັສ ​ເຫັນ​ວ່າ, ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ​ໄດ້​ຢືນ​ຢັນ​ຫຼາຍ​ເທື່ອ​ແລ້ວ​ວ່າ​ອີ​ຣານ​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ສັນ​ຍາ​ທີ່​​ຂ້ອງ​ກ່ຽວ​ກັບ​ນິວ​ເຄຼຍ​ທີ່​ກຳ​ນົດ​ໄວ້​ໃນ​ສັນ​ຍາ​ດັ່ງ​ກ່າວ.

ຖະ​ແຫຼງ​ການ​ລະ​ບຸ​ອີກວ່າ, ທ່ານກູ​ເຕີ​ເຣັສ ຮຽກ​ຮ້ອງ​ແກ້​ໄຂ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ອີ​ຣານ​ປະ​ຕິ​ບັດ​ສັນ​ຍາ​ນິວ​ເຄຼຍ​ຮອບ​ດ້ານ​ໂດຍ​ອີງ​ຕາມ​ກົນ​ໄກ​ທີ່​ໄດ້​ກຳ​ນົດ​ໄວ້​ໃນ​ສັນ​ຍາ​ດັ່ງ​ກ່າວ. ຄວນ​ແກ້​ໄຂ​ບັນ​ຫາ​ທີ່​ບໍ່​ກ່ຽວ​ພັນ​ເຖິງ​ສັນ​ຍາ​ດັ່ງ​ກ່າວ​ໂດຍ​ກົງ​ໂດຍ​ບໍ່​​ເຂົ້າ​ຂ້າງ​ຝ່າຍ​ໃດ​ຝ່າຍ​ໜຶ່ງ, ເພື່ອ​ຮັກ​ສາ​ສັນ​ຍາ​ແລະ​ໝາກ​ຜົນ​ຂອງ​ສັນ​ຍາ​ດັ່ງ​ກ່າວ.

ວັນ​ທີ 12 ມັງ​ກອນ​ນີ້, ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີອ​າ​ເມ​ລິ​ກາ​ປະ​ກາດ​ວ່າ​ຈະ​ແກ່​ຍາວ​ໄລ​ຍະ​ຍົກ​ເວັ້ນ​ການ​ຂວ້ຳ​ບາດ​ຕໍ່​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ເປັນ​ຄັ້ງ​ສຸດ​ທ້າຍ, ແລະ​ຮຽກ​ຮ້ອງ​ໃຫ້​ດັດ​ແກ້​ສັນ​ຍາ​ດັ່ງ​ກ່າວ, ເພື່ອ​ເພີ່ມ​ເນື້ອ​ໃນ​ກ່ຽວ​ກັບ​​ການ​ຈຳ​ກັດ​ໂຄງ​ການ​ຂີ​ປະ​ນາ​ວຸດ​ຂອງ​ອີ​ຣານ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ