ປະ​ທ​າ​ນາ​ທິ​ບໍ​ດີ​ຟີ​ລິບ​ປີນ​ກ່າວ​ວ່າການຕັ້ງ​ຮູບປັ້ນ​ທອງ​ນາງ​ບຳ​​ເລີ​ແມ່ນ​ສິດ​ຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍ
2018-01-18 16:57:55  cri 
ສື່ມວນ​ຊົນ​ຟີ​ລິບ​ປີນ​ລາຍ​ງານ​ວ່າ, ທ່ານໂຣດຣີ​ໂກ ດູເຕີ​ເຕ ປະ​ທານ​າ​ທິ​ບໍ​ດີ​ຟີ​ລິບ​ປີນ​ກ່າວ​ໃນ​ຫວ່າງ​ມໍ່ໆ​ນີ້​ວ່າ, ນະ​ຄອນ​​ຫຼວງມາ​ນີ​ລາ​ຕັ້ງຮູບປັ້ນ​ທອງ​ນາງ​ບຳ​​ເລີ​ແມ່ນ​ສິດຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຟີ​ລິບ​ປີນ​ທີ່​ຍັງ​​ມີ​ຊີ​ວິດ​ຢູ່​ແລະ​ພີ່​ນ້ອງ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ.

​ທ່ານ​ດູ​ເຕີ​ເຕ ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຟີ​ລິບ​ປີນ​ວ່າ, ໃນ​ໂອ​ກາດພົບ​ປະ​ກັບ​ທ່ານ​ເຊ​ໂກະ ໂນ​ດະ ລັດ​ຖະ​ມົນ​ຕີ​ກະ​ຊວງວຽກ​ງານ​ສັງ​ລວມ​ຍີ່​ປຸ່ນ​ທີ່​ຢ້ຽມ​ຢາມ​ຟີ​ລິບ​ປີນ​ໃນ​ວັນ​ທີ 9 ມັງ​ກອນ​ນີ້, ທ່ານ​ໂນ​ດະ​ໄດ້​ສະ​ແດງ​ຄວາມ​ເສຍ​ດາຍ​ຕໍ່​ນະ​ຄອນ​​ຫຼວງມາ​ນີ​ລາ​ທີ່​ຕັ້ງຮູບປັ້ນ​ທອງ​ນາງ​ບຳ​​ເລີ. ທ່ານດູເຕີ​ເຕ ກ່າວ​ເນັ້ນ​ວ່າ, ການ​ທີ່​ຕັ້ງຮູບ​ປັ້ນ​ທອງ​ນາງ​ບຳ​ເລີ​ທີ່​ຊອບ​ດ້ວຍ​ກົດ​ໝາຍ​ແລະ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ຟີ​ລິບ​ປີນ, ຕົນ​ບໍ່​ມີ​ສິດ​ແຊກ​ແຊງ, ​ແລະ​ບໍ່​ສາ​ມາດ​ສະ​ກັດ​ກັ້ນ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ