ບ້ານ​ເຜົ່າ​ມົ້ງ​ເຂດກວາງ​ຊີ​ຈັດ​ງານ​ລ້ຽງ​ຮ້ອຍ​ຄອບ​ຄົວ​ເພື່ອ​ສະ​ເຫຼີ​ມ​ສະ​ຫຼອງ​ປີ​ໃໝ່​ເຜົ່າ​ມົ້ງ
2018-01-18 17:13:08  cri 

 ວັນ​ທີ 17 ມັງ​ກອນ​ນີ້, ບ້ານ​ຈິນ​ຕຸ້ງ​ຕາ​ແສງ​ກາງ​ຕຸ້ງ​ເມືອງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ມົ້ງ​ຢຸງ​ສຸຍ​ນະ​ຄອນ​ຫຼິວ​ໂຈ່ວ​ເຂດກວາງ​ຊີ​ໄດ້​ຈັດ​ງານ​ລ້ຽງ​ຮ້ອຍ​ຄອບ​ຄົວ​ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ປີ​ໃໝ່​ເຜົ່າ​ມົ້ງ, ມີ​ນັກ​ທ່ອງ​ທ່ຽວ​ປະ​ມານ​ພັນ​ຄົນ​​ເຂົ້າ​ຮ່ວມ​ແລະ​ສະ​ເຫຼີ​ມ​ສະ​ຫຼອງ​ປີ​ໃໝ່​ເຜົ່າ​ມົ້ງ​ກັບ​ຊາວ​ບ້ານ. ບ້ານ​ຈິນ​ຕຸ້ງ​ມີ​ປະ​ຊາ​ຊົນ​ເຜົ່າ​ມົ້ງ​ 500 ກວ່າ​ຄອບ​ຄົວ, ແຕ່​ລະ​ຄອບ​ຄົວ​ໄດ້​ກຽມ​ອາ​ຫານ​ຢ່າງ​ໜ້ອຍ​ໜຶ່ງ​ໂຕະ​ເພື່ອ​ຕ້ອນ​ຮັບ​ແຂກ, ໃນ​ມື້​ດັ່ງ​ກ່າວ​ໄດ້​ແຕ່ງ​ອາ​ຫາ​ນ​ລ້ຽງແຂກ​ຢ່າງ​ໜ້ອຍ 700 ກວ່າ​ໂຕະ. ບ້ານ​ເຜົ່າ​ມົ້ງ​ຈິນ​ຕຸ້ງ​ມີ​ປະ​ຫວັດ​ສາດ​ຫຼາຍ​ຮ້ອຍ​ປີ​ແລ້ວ, ປະ​ເພ​ນີ​​ງານ​ລ້ຽງ​ຮ້ອຍ​ຄອບ​ຄົວໄດ້​ຈັດ​ຂຶ້ນ​ໃນ​ແຕ່​ລະ​ປີ​ບໍ່​ເຄີຍ​ຂາດ​ຈັກ​ເທື່ອ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ