ບົດລາຍ​ງານ​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ​ຄາດ​ວ່າ​ເສດຖະກິດ​ໃນ​ປີ 2018 ຈະ​ເພີ່ມ​ຂຶ້ນ
2018-01-18 13:02:47  cri 
ວັນທີ 17 ມັງກອນ​ນີ້, ​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ​ໄດ້​ເຜີຍ​ແຜ່ "ບົດ​ລາຍ​ງານ​ຄວາມ​ສ່ຽງ​ທົ່ວ​ໂລກ​ປີ 2018" ຢູ່​ນະຄອນຫຼວງ​ລອນ​ດອນ ​ເຊິ່ງຄາດ​ວ່າ ​​ປີ​ນີ້, ​ເສດຖະກິດ​ໂລກ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ຢ່າງ​ເຂັ້ມ​ແຂງ​ທີ່​ຈະ​ເປັນ​​ໂອກາດ​ສຳຄັນ​ຕໍ່​ຜູ້ນຳ​ບັນດາ​ປະ​ເທດ​ ​ເພື່ອ​​​ແກ້​ໄຂ​ບັນຫາ​ທາງ​ດ້ານ​ສັງຄົມ, ​ເສດຖະກິດ, ການ​ພົວພັນ​ສາກົນ, ສິ່ງ​ແວດ​ລ້ອມ ​ແລະ​ອື່ນໆ.

"ບົດລາຍ​ງານ​ຄວາມ​ສ່ຽງ​ທົ່ວ​ໂລກ" ທີ່​ເຜີຍ​ແຜ່​ໃນ​ເດືອນ​ມັງກອນ​ແຕ່ລະ​ປີນັ້ນປະກອບ​ດ້ວຍ​ຄວາມ​ຄິດ​ເຫັນ​ຂອງຊ່ຽວຊານ ​ແລະ​ຜູ້​ຕັດ​ສິນນະ​ໂຍບາຍ​​ຕໍ່​ຄວາມ​ສ່ຽງ​​ໃຫຍ່​ຫຼວງຂອງ​ໂລກ​ເກືອບ 1000 ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ສຳພາດຄວາມ​ເຫັນ​ຕໍ່​ຄວາມ​ສ່ຽງ​ຂອງ​ໂລກ​ໃນ​ປີ 2018, ​ໃນ​ນີ້, ມີ 59% ຄິດ​ວ່າຄວາມ​ສ່ຽງ​ຈະ​​ເພີ່ມ​ຂຶ້ນ ​ແລະມີ​ພຽງ​ແຕ່ 7% ​ເທົ່າ​ນັ້ນຄິດ​ວ່າ​ຈະ​ຫຼຸດ​ລົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ