ສະພາ​ຕ່ຳ​ອັງກິດ​ຮັບຮອງ "ຍັດ​ຕິ​ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບ"
2018-01-18 16:15:36  cri 

ຕອນຄ່ຳ​ວັນ​ທີ 17 ມັງກອນ​ນີ້, ສະພາ​ຕ່ຳ​ອັງກິດ​ໄດ້​ຮັບຮອງ "ຍັດຕິ​ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບ" ​ໂດຍ​​ໄດ້ອ່ານ​ສາມ​ເທື່ອ ​ແລະ​ຈະ​ມອບ​ໃຫ້​ສະພາ​ສູງ​ໃນ​ທ້າຍ​ເດືອນ​ນີ້. ຍັດຕິ​ດັ່ງກ່າວ​ເພື່ອ​ຫັນ​ປ່ຽນ​ຈາກກົດໝາຍ​ເອີຣົບທີ່​ມີ​ຢູ່​​ໃນປັດ​ຈຸ​ບັນ​ໃຫ້​ກາຍ​ເປັນ​ກົດໝາຍ​ພາຍ​ໃນ​ປະ​ເທ​ດອັງ​ກິດ ​ພາຍຫຼັງ​ການ​ຖອນ​ອອກ​ຈາກ​ເອີຣົບ.


ສະມາ​ຊິກສະພາ​ຕ່ຳ​ອັງກິດ​ຮັບຮອງ​ຍັດຕິ​ດັ່ງກ່າວ​ດ້ວຍ​ຜົນ​ການ​ລົງ​ຄະ​ແນນສຽງ 324 ຕໍ່ 295. ຕາມ​ຂະ​ບວນການ​ຮ່າງ​ກົດໝາຍ,ສະພາ​ສູງ​ອັງກິດ​ຈະ​ລົງ​ຄະ​ແນນສຽງ​ໃນ​ທ້າຍ​ເດືອນ​ນີ້, ​​ແລະ​ຈະ​ຕ້ອງຜ່ານ​ການ​ຮັບຮອງ​ຈາກພະ​ລາຊິນີຈຶ່ງ​ສາມາດເປັນ​ກົດໝາຍທີ່​ສົມບູນ​ໄດ້. ນັກວິ​ເຄາະ​​ເຫັນ​ວ່າ: ສະພາ​ສູງອັງກິດ​ອາດ​ຈະ​ອອກ​​ແຜນການ​ດັດ​​ແກ້ ​ແລະ​ສົ່ງ​ໃຫ້​ສະພາ​ຕ່ຳ​ລົງ​ຄະ​ແນນສຽງ​ຄືນ​ໃໝ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ