ຈີນ-ອາ​ເມ​ລິ​ກາ​ຄວນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍຮ່ວມ​ກັນ
2018-01-19 10:07:07  cri 


( ສະ​ພາ​ການ​ຄ້າ​ໃຫຍ່​ຂອງ​ຈີນ​ ​ປະ​ຈຳ​ອາ​ເມ​ລິ​ກາ​ໄດ້​ຈັດ​ງານ​ລ້ຽງ​ອາ​ຫານ​ຄ່ຳ​ຕ້ອ​ນ​ຮັບ​ບຸນ​ກຸດ​ຈີນ​ປີ​ຈໍ 2018 ຢູ່​ທີ່​ນະ​ຄອນ​ນິວຢອກ ທ່ານ​ຊຸ່ຍ​ທຽນ​ຄາຍ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ເມ​ລິ​ກາ​ປະ​ກອບ​ຄຳ​ເຫັນ)

 

ຕາມ​ຂ່າວ CRI: ຕອນ​ຄ່ຳ​ວັນ​ທີ 17 ມັງ​ກອນນີ້, ສະ​ພາ​ການ​ຄ້າ​ໃຫຍ່​ຂອງ​ຈີນ​ ​ປະ​ຈຳ​ອາ​ເມ​ລິ​ກາ​ໄດ້​ຈັດ​ງານ​ລ້ຽງ​ອາ​ຫານ​ຄ່ຳ​ຕ້ອ​ນ​ຮັບ​ບຸນ​ກຸດ​ຈີນ​ປີ​ຈໍ 2018 ຢູ່​ທີ່​ນະ​ຄອນ​ນິວຢອກ, ບຸກ​ຄົນ​ທີ່​ມີ​ຊື່​ສຽງ​ຈາກວົງ​ການ​ການ​ເມືອງແລະ​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ 450 ກວ່າ​ທ່ານ​ໄດ້​ເຂົ້າ​ຮ່ວມ.

​ໂອ​ກາດນີ້, ທ່ານ​ຊຸ່ຍ​ທຽນ​ຄາຍ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ເມ​ລິ​​ກາ​ກ່າວວ່າ, ໃນ​ສະ​ເ​ພາະໜ້າ​ນີ້ ຈີນ-ອາ​ເມ​ລິ​ກາ​ລ້ວນ​ແຕ່​ຜະ​ເຊີນ​ກັບ​ໂອ​ກາດ​ແລະ​ສິ່ງ​ທ້າ​ທາຍ​ອັນ​ໃໝ່. ສອງ​ປະ​ເທດ​ຈີນ-ອາ​ເມ​ລິ​ກາ​ຄວນ​ຍຶດ​ໝັ້ນ​ທິດ​ທາງ​ທີ່​ຖືກ​ຕ້ອງ​ຕະ​ຫຼອດ​ໄປ ບົນ​ພື້ນ​ຖານ​ການ​ພັດ​ທະ​ນາ​ໃນເກືອບ 40 ປີ​ມານີ້ ເພື່ອ​ສ້າງ​ການ​ພົວ​ພັນ​ສອງ​ຝ່າຍ​ທີ່​ໝັ້ນ​ແກ່ນກວ່າ​ເກົ່າ ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ​ກໍ່​ຄື​ທົ່ວ​ໂລກ.

ທ່ານ​ຊຸ່ຍ​ທຽນ​ຄາຍກ່າວ​ຕື່ມວ່າ, ໃນ​ເວ​ລາ​ສະ​ພາ​ການ​ຄ້າ​ໃຫຍ່​ຂອງ​ຈີນ​ປະ​ຈຳ​ອາ​ເມ​ລິ​ກາ​ຈັດ​ງານ​ລ້ຽງ​ອາ​ຫານ​ຄ່ຳ​ຕ້ອນ​ຮັບ​​ປີ​ໃໝ່ 2017 ຢູ່​ນະ​ຄອນ​ນິວຢອກ, ກາ​ນ​ພົວ​ພັນ​ຈີນ-ອາ​ເມ​ລິ​ກາ​ຍັ​ງ​ຜະ​ເຊີນ​ກັບ​ປັດ​ໄຈ​ບໍ່​ແນ່ນອນ​ຢ່າງ​ຫຼວງ​ຫຼາຍ. ຫວນ​ຄືນ​ໜຶ່ງ​ປີ​ທີ່​ຜ່ານ​ມາ, ການ​ພົວ​ພັນ​ຈີນ-ອາ​ເມ​ລິ​ກາ​ໄດ້​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ ແລະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ສຳ​ຄັນ​ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຂອງ​ສອງ​ຝ່າຍ ເຊິ່ງນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ສອງ​ປະ​ເທດ​ຈີນ-ອາ​ເມ​ລິ​ກາ​ໄດ້​ເພີ່ມ​ຫຼາຍ​ຂຶ້ນ​ຕື່ມ​ອີກ, ແລະ​ໄດ້​ຊຸກ​ຍູ້​ໃຫ້​ກາ​ນ​ພົ​ວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ກ້າວ​ໄປ​ໜ້າ​ຕາມ​​ວົງໂຄ​ຈອນ​ທີ່​ຖືກ​ຕ້ອງ ແລະ​ກໍ່​ຢືນ​ຢັນ​ແລ້ວ​ວ່າ ຈີນ-ອ​າ​ເມ​ລິ​ກາ​ມີ​ຄວາມ​ສາ​ມາດ​ໃນ​ການ​ທຳ​ການ​ເລືອກ​ເຟັ້ນ​ທີ່​ຖືກ​ຕ້ອງ​ໃນ​ກາ​ລະ​ໂອ​ກາດ​ທີ່​ສຳ​ຄັນ.

ປີ 2018 ຈີນ-ອາ​ເມ​ລິ​ກາ​ຈະ​​ຜະ​ເຊີນ​ກັບ​ໂອ​ກາດ​ແລະ​ສິ່ງ​ທ້າ​ທາຍ​ອັນ​ໃໝ່. ເຮັດ​ແນວ​ໃດ​​ຈະຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ໂລກ​ຊູ່ມື້ນີ້? ຈະ​ເບິ່ງ​ອະ​ນາ​ຄົດ​ຂອງ​ສອງ​ປະ​ເທດ​ຈີນ-ອາ​ເມ​ລິ​ກາ ກໍ່​ຄື​ການ​ພົວ​ພັນ​ຈີນ-ອາມ​ເລິ​ກາ​ແນວ​ໃດ? ສອງ​ຝ່າຍ​ສ້າງ​ຕັ້ງ​ເປົ້າ​ໝາຍ​ແນວ​ໃດ? ແລະ​ຄວນ​ວາງ​ແຜນ​ແນວ​ໃດ? ເຊິ່ງ​ບັນ​ຫາ​ເຫຼົ່າ​ນີ້ຈີນ-ອາ​ເມ​ລິ​ກາ​ຕ້ອງ​ທຳ​ການ​ເລືອກ​ເຟັ້ນ​ຢ່າງ​ຖືກ​ຕ້ອງ​ອີກ​ເທື່ອ​ໜຶ່ງ, ນີ້​ບໍ່​ພຽງ​ແຕ່​ກ່ຽວ​ພັນ​ເຖິງ​ຄວາມ​ໝັ້ນ​ຄົງ​ຂອງ​ການ​ພົວ​ພັນ​ຈີນ-ອາ​ເມ​ລິ​ກາ​ເທົ່ານັ້ນ, ຍັງ​ຈະ​ເກີດ​ມີ​ຜົນ​ສະ​ທ້ອນ​ອັນ​ສຳ​ຄັນ​ຕໍ່​ການ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ​ຂອງ​ການ​ພົວ​ພັນ​ສອງ​ຝ່າຍ ແລະ​ອະ​ນາ​ຄົດ​ຂອງ​ທົ່ວ​ໂລກອີກ​ດ້ວຍ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ