ຈີນ​ເນັ້ນ​ວ່າ:ການ​ບັນ​ລຸ​ຄວາມ​ໝັ້ນ​ຄົງ​ຮ່ວມ​ກັນ​ແມ່ນ​ນະ​ໂຍ​ບາຍ​ກົກ​ຮາກ​ໃນ​ການ​ແກ້​ໄຂ​ບັນ​ຫາ​ການ​ແຜ່​ຂະ​ຫຍາຍ​ອາ​ວຸດນິວ​ເຄ​ລຍ
2018-01-19 16:05:56  cri 
ຕາມ​ຂ່າວ CRI: ໃນ​ກອງ​ປະ​ຊຸມ​ເປີດ​ເຜີຍ​ຂອງ​ສະ​ພາ​ຄວາມ​ໝັ້​ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບການ​ປ້ອງ​ກັນ​ບໍ່​ໃຫ້​ແຜ່​ຂະ​ຫຍາຍ​ອາ​ວຸດນິວ​ເຄ​ລຍທີ່​ຈັດ​ຂຶ້ນ​ວັນ​ທີ 18 ມັງ​ກອນນີ້ ທ່ານ​ອູ​ຫາຍ​ຖ່າວ ອຸ​ປະ​ທູດ​ຊົ່ວ​ຄາວ​ຂອງ​​ຈີນ​ປະ​ຈຳອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ, ການ​ປ້ອງ​ກັນ​ບໍ່​ໃຫ້​ແຜ່​ຂະ​ຫຍາຍ​ອາ​ວຸດນິວ​ເຄ​ລຍ​ຕ້ອງ​ຍືດ​ໝັ້ນ​ນະ​ໂຍ​ບາຍ​ພື້ນ​ຖານ​ຄື: ບັນ​ລຸ​ຄວາມ​ໝັ້ນ​ຄົງ​, ແລະ​ແກ້​ໄຂ​ບັນ​ຫາ​ດ້ວຍ​ສັນ​ຕິ​ວິ​ທີ ແລະ​ທາງການ​ເມືອງ​ຮ່ວມ​ກັນ.

ທ່ານ​ອູ​ຫາຍ​ຖ່າວ​ກ່າວ​ວ່າ, ທາດ​ແທ້​ຂອງ​ບັນ​ຫາ​ປ້ອງ​ກັນ​ບໍ່​ໃຫ້​ແຜ່​ຂະ​ຫຍາຍ​ອາ​ວຸດນິວ​ເຄ​ລຍ​ແມ່ນ​ບັນ​ຫາ​ຄວາມ​ໝັ້ນ​ຄົງ, ການ​ສຸມ​ໃສ່​ຄວາມ​ໝັ້ນ​ຄົງ​ແມ່ນ​ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ມີ​ການ​ເຄື່ອນ​ໄຫວ​ແຜ່​ຂະ​ຫຍາຍ​ອາ​ວຸດ. ສະ​ນັ້ນ ປະ​ເທດ​ຕ່າງໆ​ຄວນ​ປະ​ລະ​ແນວ​ຄິດ​ກໍ່​ສົງ​ຄາມ​ເຢັນ, ຍຶ​ດ​ໝັ້ນ​ໃນ​ການ​ປົກ​ປັກ​ຣັກ​ສາ​ວັດ​ຖຸ​ປະ​ສົງ​ແລະ​ຫຼັກ​ການ​ຂອງ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ, ສ້າງ​ທັດ​ສະ​ນະ​ດ້ານ​ຄວາມ​ໝັ້ນ​ຄົງ​​ຮ່ວມ​ກັນ, ໂດຍ​ລວມ, ຮ່ວມ​ມື​ກັນ​ແບບ​ຍືນ​ຍົງ, ສ້າງ​ການ​ພົວ​ພັນ​ສາ​ກົນ​ແບບ​ໃໝ່​ທີ່​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ຍຸດ​ຕິ​ທຳ, ເປັນ​ທຳ ແລະ​ຮ່ວມ​ມື​ກັນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ນຳ​ກັນ, ສ້າງ​ສະ​ຖາ​ນະ​ພາບ​ຄວາມ​ໝັ້ນ​ຄົງ​ທີ່​ສະ​ເໝີ​ພາບ ເປັນ​ທຳ ສ້າງ​ສາ​ຮ່ວມ​ກັນ​ແລະ​ຊົມ​ໃຊ້​ຜົນ​ປະ​ໂຫຍດ​ຮ່ວມ​ກັນ.

ທ່ານ​ອູ​ຫາຍ​ຖ່າວ​ຊີ້​ອອກວ່າ, ຕ້ອງ​ຍຶດ​ໝັ້ນ​ແກ້​ໄຂ​ບັນ​ດ້ວຍ​ວິ​ທີ​ທາງການ​ເມືອງ​ແລະ​ສັນ​ຕິ​ວິ​ທີ.ການ​ເປັນ​ປໍ​ລະ​ປັກ​ກັນ ແລະ​​ຂວ້ຳ​ບາດ​ແຕ່​ຢ່າງ​ດຽວ​ນັ້ນ​ພຽງ​ແຕ່​ຈະ​ເຮັດ​ໃຫ້​ການ​ປະ​ທະ​ກັນ​ຮຸ່ນ​ແຮງ​ຂຶ້ນ​ເລື້ອຍໆ ແລະ​ເພີ່ມ​ທະ​ວີ​ຄວາມ​ສ່ຽງ​ໃນ​ການ​ແຜ່​ຂະ​ຫຍາຍ​ອາ​ວຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ