ອາວຸດ​ທີ່​ມີ​ແສນ​ຍານຸພາບ​ລ້າງຜານ​ສູງ​ເປັນ​ໄພ​ຂົ່ມຂູ່​ຕໍ່​ໂລກ​ນັບ​ມື້​ນັບຮ້າຍ​ແຮງ
2018-01-19 15:08:53  cri 

ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັສ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ເຕືອນ​ໃນ​ວັນ​ທີ 18 ມັງກອນ​ນີ້​ວ່າ: ອາວຸດ​ທີ່​ມີ​ແສນ​ຍານຸພາບ​ລ້າງຜານ​ສູງ ​ເປັນ​ໄພຂົ່ມຂູ່​ຕໍ່​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ໂລກ​ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ.

ວັນ​ທີ 18 ມັງກອນ​ນີ້, ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ຈັດ​ກອງ​ປະຊຸມ​ອະພິປາຍ​ຂັ້ນສູງ​ກ່ຽວ​ກັບ​ການ​ຈຳກັດ​ອາວຸດ​ແສນ​ຍານຸພາບ​ລ້າງຜານ​ສູງ ​ແລະ ມາດຕະການ​ສ້າງ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ​ແລະ ທ່ານ​ກູ​ເຕີ​ເຣັສ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ກ່າວ​ປາ​ໄສ​​ວ່າ: ທົ່ວ​ໂລກ​ມີ​ຄວາມເປັນ​ຫ່ວງ​ຕໍ່​ອາວຸດ​ນິວ​ເຄລຍ​​ຂຶ້ນຮອດ​ລະດັບ​ສູງ​ສຸດ​ນັບ​ແຕ່​ສົງຄາມ​ເຢັນ​ສິ້ນ​ສຸດ​ລົງ​ເປັນຕົ້ນມາ; ອາ​ເມ​ລິ​ກາ​ແລະຣັດ​ເຊຍ​ມີ​ຄວາມ​​ເຊື່ອ​ໃຈ​ກັນຫຼຸດລົງ​ເລື້ອຍໆ​ໃນ​ບັນຫາ​ອາວຸດ​ນິວ​ເຄລຍ ​ແລະ​ອື່ນໆ; ສັນຍາ​ຮອບດ້ານ​ກ່ຽວ​ກັບບັນຫາ​ນິວ​ເຄລຍອີຣານ ພວມ​ຜະ​ເຊີນ​ກັບ​ຄວາມ​ລະ​ແວງ​ສົງ​ໄສ; ການ​ນຳ​ໃຊ້​ອາວຸດ​ເຄມີ​ໃນ​ແດນ​ຊີຣີ​ໄດ້​ເປັນ​ການ​ທ້າ​ທາຍ​ຢ່າງ​ໜັກ​ໜ່​ວງຕໍ່​ລະບົບ​ການ​ເກືອດ​ຫ້າມ​ອາວຸດ​ເຄມີ​ທົ່ວ​ໂລກ. ຂະນະ​ທີ່​ສະຖານະ​ການ​ຢູ່​ແຫຼມ​ເກົາຫຼີ ​​ໄດ້​ເປັນ​ສິ່ງ​ທ້າ​ທາຍ​ທີ່​ເຄັ່ງ​ຕຶງ ​ແລະ ຂ້ຽວຂາດ​ທີ່​ສຸດ ຕໍ່​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ໂລກ. ດ້ວຍ​ເຫດ​ນີ້, ຕົນ​ຈຶ່ງມີ​ຄວາມເປັນຫ່ວງ​​ຢ່າງ​ຍິ່ງ​ຕໍ່​ຄວາມ​ສ່ຽງ​ທີ່​ອາດ​ຈະ​ເກີດ​ການ​ປະ​ທະ​ກັນ​ດ້ວຍ​ການ​ທະຫານ​ນັບ​ມື້​ສູງ​ຂຶ້ນ​ແລະ​​ຜົນ​ຮ້າຍ​ຢ້ອນຫຼັງອາດ​ຈະ​ຕາມ​ມາ​ເໜືອຄວາມ​ຄາດ​ຝັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ