ສປປ ​ເກົາ​ຫຼີກ່າວ​ປະນາມ​ອາ​ເມ​ລິ​ກາ​ທີ່​ຈັດ​ກອງ​ປະຊຸມ​ລັດ​ຖະມົນຕີການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ​ກ່ຽວ​ກັບ​ບັນຫາ​ ສປປ ​ເກົາຫຼີ
2018-01-19 16:42:30  cri 
ວັນ​ທີ 18 ມັງກອນ​ນີ້, ​ໂຄສົກສະ​ຖາ​ບັນ​ຄົ້ນຄວ້າ​ອາ​ເມ​ລິ​ກາ​ຂອງກະຊວງ​ການ​ຕ່າງປະ​ເທດ ສປປ ​ເກົາຫຼີ​ໄດ້ກ່າວ​ປະນາມ​ອາ​ເມ​ລິ​ກາ​ທີ່​ຈັດກອງ​ປະຊຸມ​ລັດ​ຖະມົນຕີກະຊວງ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍກ່ຽວ​ກັບ​ບັນຫາ ສປປ ​ເກົາຫຼີ​ຢູ່​ນະຄອນ​ແວນ​ຄູ​ເວີ​ປະ​ເທດກາ​ນາ​ດາ, ​ເຫັນ​ວ່າ​ເມື່ອບັນດາ​ປະ​ເທດ​ທົ່ວ​ໂລກ​ກໍ​ດີ​ອົກ​ດີ​ໃຈ​ເຫັນ​ການໂຍະຍານຂອງ​ສາຍ​ພົວພັນລະຫວ່າງ ສ ​ເກົາຫຼີ ​ແລະ ສປປ ​ເກົາຫຼີ​ ກໍ​ຄື​ສະພາບ​ການຂອງ​ແຫຼມ​ເກົາຫຼີ, ​ແຕ່​ອາ​ເມ​ລິ​ກາຊ້ຳພັດ​ເຕົ້າ​ໂຮມ​ບັນດາ​ປະ​ເທດ​ທີ່​ເຄີຍ​​ເຂົ້າ​ຮ່ວມ​ສົງຄາມ​ໂຈມ​ຕີ ສປປ ​ເກົາຫຼີ​ໃນ​​ເມື່ອ​ກ່ອນ ​ເພື່ອ​ປຶກສາ​ຫາລື​ສ້າງ​ຄວາມກົດ​ດັນ​ໃຫ້ ສປປ ​ເກົາຫຼີ ​ແລະຈະ​ວາງ​ແຜນການ​ກໍ່​ສົງຄາມ​ແຫຼມ​ເກົາຫຼີຂຶ້ນ​ມາ​ອີກຢ່າງ​ເປີດ​ເຜີຍ. ​ກອງ​ປະຊຸມ​ນີ້ສາມາດ​ເຫັນ​ໄດ້​ວ່າ: ອາ​ເມ​ລິ​ກາ​​ມີ​ເຈຕະນາ​ຢ່າງ​ແທ້ຈິງ​ເພື່ອ​ວາງແຜນການ​ກໍ່​ສົງຄາມຢູ່​ແຫຼມ​ເກົາຫຼີ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ