ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງຊົມ​ເຊີຍ​ສ.ເກົາ​ຫຼີ​ກັບ​ສ​ປ​ປ​ເກົາ​ຫຼີດຳ​ເນີນ​ການ​ສົນ​ທະ​ນາຄືນ​ໃໝ່
2018-01-20 16:54:42  cri 

ວັນ​ທີ 19 ມັງ​ກອນ​ນີ້, ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ອອກຖະ​ແຫຼງ​​ການ​ວ່າ, ວັນ​ທີ 18 ມັງ​ກອນ​ນີ້, ທ່ານ​ເອ​ມາ​ນູ​ເອວ ມາ​ຄ​ຮົງ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ໄດ້​ເຈ​ລະ​ຈາ​ກັບ​ທ່ານ​ມູນ​ເຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ​ທາງ​ໂທ​ລະ​ສັບ, ​ໂດຍ​ໄດ້​ສະ​ແດງ​ຄວາມຊົມ​ເຊີຍ​​ຕໍ່ສ.ເກົາ​ຫຼີ​ກັບ​ສ​ປ​ປ​ເກົາ​ຫຼີ​ດຳ​ເນີນ​ການ​ສົນ​ທະ​ນາ​ຄືນ​ໃໝ່.

ຖະ​ແຫຼງ​ການລະ​ບຸວ່າ, ໃນ​ການ​ເຈ​ລະ​ຈາ, ທ່ານ​ມາ​ຄ​ຣົງ​ກ່າວ​ວ່າ, ຫວັງ​ໃຫ້​ການ​ສົນ​ທະ​ນາ​ລະ​ຫວ່າງ​ສ.ເກົາ​ຫຼີ​ກັບ​ສ​ປ​ປ​ເກົາ​ຫຼີ​ມີ​ຜົນ​ດີ​ຕໍ່​ການ​ຜ່ອນ​ຄາຍ​ສະ​ພາບ​ການ​ອັນ​ເຄັ່​ງ​ຕຶງ​ຂອງ​ພາກ​ພື້ນ​ແລະ​ເຮັດ​ໃຫ້​ສອງ​ຝ່າຍ​ສ້າງ​ຕັ້ງ​​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ, ຊຸກ​ຍູ້​ຂະ​ບ​ວ​ການ​​ປອດ​ອາ​ວຸດນິວ​ເຄຼຍ​ຂອງ​ແຫຼມ​ເກົາ​ຫຼີ.

ຖະ​ແຫຼງ​ການລະ​ບຸ​ອີກ​ວ່າ, ທ່ານ​ມາ​ຄ​ຣົງກ່າວ​ເນັ້ນ​ວ່າ, ສ​ປ​ປ​ເກົາ​ຫຼີ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ແລມ​ປິກ​ລະ​ດູ​ໜາວ​ພຽງ​ຊາງ​ແມ່ນ ປັດ​ໄຈ​ອັນ​ຕັ້ງ​ໜ້າ ຕໍ່​ການ​ຜ່ອນ​ຄາຍ​ສະ​ພາບ​ການ​ອັນ​ເຄັ່ງ​ຕຶງ​ຂອງ​ພາກ​ພື້ນ. ທ່ານ​ມາ​​ຄ​ຣົງ​ອວ​ຍ​ພອນ​ງານ​ກິ​ລາ​ໂອ​ແລມ​ປິກ​ລະ​ດູ​ໜາວ​ພຽງ​ຊາງ​​ຈົ່ງໄດ້​​ຮັບ​ຜົນສຳ​ເລັດ​ເຕັມ​ເມັດ​ເຕັມ​ໜ່ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ