ກອງ​ປະຊຸມ​ຄົບ​ຄະນະ​ເທື່ອ​ທີ​ສອງ​ຂອງຄະນະກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຊຸດ​ທີ 19 ຮັບຮອງຂໍ້​ສະ​ເໜີ​ດັດ​ແປງ​ລັດຖະທຳ​ມະນູນ
2018-01-20 16:32:15  cri 

ກອງ​ປະຊຸມ​ຄົບ​ຄະນະ​ເທື່ອ​ທີ​ສອງ​ຂອງ​ຄະນະກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຊຸດ​ທີ 19 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ແຕ່​ວັນ​ທີ 18 ຫາ​ວັນ​ທີ 19 ມັງກອນ​ນີ້ ​ເຊິ່ງ​ໄດ້​ຮັບຮອງ "ຂໍ້ສະ​ເໜີຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ກ່ຽວ​ກັບ​ການ​ດັດ​ແກ້​ເນື້ອ​ໃນ​ບາງ​ຕອນຂອງລັດຖະທຳ​ມະ​ນູນ".

ກອງ​ປະຊຸມ​ດັ່ງກ່າວ​ໄດ້​ເນັ້ນ​ວ່າ: ສັງຄົມ​ນິຍົມ​ທີ່ມີ​ສີສັນ​ພິ​ເສດ​ຂອງ​ຈີນ​​ເຂົ້າ​ສູ່​ຍຸກ​ສະ​ໄໝ​ໃໝ່, ນີ້​ແມ່ນ​ທີ່​ຕັ້ງ​ປະຫວັດສາດ​ການ​ພັດທະນາ​ໃໝ່​ຂອງ​ຈີນ. ຕາ​ມສະພາບ​​ໃໝ່ ​ແລະ​ໜ້າ​ທີ່​ໃໝ່ໃນການ​ຍຶດໝັ້ນ ​ແລະ​ພັດທະນາ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​​ໃນ​ຍຸກ​ສະ​ໄໝ​ໃໝ່ມີ​ຄວາມ​ຈຳ​ເປັນຕ້ອງ​ດັດ​ແປງ​ລັດຖະທຳ​ມະນູນ​ໂດຍ​ຈັດ​ເອົາ​ຜົນສຳ​ເລັດ​ການປະດິດ​ສ້າງ​ໃໝ່​ອັນ​ໃຫຍ່​ຫຼວງທາງດ້ານ​ທິດ​ສະ​ດີ, ພຶດຕິ​ກຳ ​ແລະ​ລະບອບ​ທີ່​ໄດ້​ຮັບ​​ໃນ​ການ​​ປະຕິບັດ​ຕົວ​ຈິງຂອງ​ພັກ ​ແລະ​ປະຊາຊົນ​ນັ້ນ​ເຂົ້າ​ໃນ​ລັດຖະທຳ​ມະນູນ ​ເພື່ອ​ຍົກ​ລະດັບ​ໃຫ້​ເປັນ​ຂໍ້​ກຳນົດ​ໃນ​ລັດຖະທຳ​ມະນູນ.
​ກອງ​ປະຊຸມ​ດັ່ງກ່າວ​ເຫັນ​ວ່າ, ການ​ທີ່ນຳ​ເອົາ​ທິດ​ສະ​ດີ​ ​ແລະ​ທິດ​ທາງນະ​ໂຍບາຍ​ທີ່​ສຳຄັນທີ່​ກຳນົດ​ໃນກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູນິດ​ຈີນ ​ໂດຍ​ສະ​ເພາະ​ແມ່ນ​ແນວ​ຄິດ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງກ່ຽວ​ກັບສັງຄົມ​ນິຍົມ​ທີ່ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ສະ​ໄໝ​ໃໝ່ບັນທຶກ​ເຂົ້າ​ໃນກົດໝາຍ​ພື້ນຖານ​ແຫ່ງ​ຊາດນັ້ນ​ກໍ່​ເພື່ອ​ສະ​ແດງ​​ໃຫ້​ເຫັນ​ເຖິງໝາກຜົນ​ໃໝ່, ປະສົບ​ການ​ໃໝ່ ​ແລະ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃໝ່​​ໃນ​ການ​ພັດທະນາ​ພາລະກິດ​ພັກ-ລັດ, ຊຸກຍູ້​ໃຫ້ລັດຖະທຳ​ມະ​ນູນກ້າວ​ເດີນ​ໄປ​ພ້ອມ​ຍຸກ​ສະ​ໄໝ ​ແລະ​ປັບປຸງ​ໃຫ້​ດີ​ຂຶ້ນ​ບົນ​ພື້ນຖານການ​ຮັກສາ​ລັກສະນະຕໍ່​ເນື່ອງ, ຄວາມ​ໝັ້ນທ່ຽງ ​ແລະ​ອິດ​ທິພົນ​ຂອງ​ລັດຖະທຳ​ມະ​ນູນ​ໂດຍ​ລວມ, ຈະ​ໃຫ້ການ​ຮັບປະກັນ​ດ້ານ​ລັດຖະທຳ​ມະນູນ​ຢ່າງ​ແຂງ​ແຮງ​ໃຫ້​ແກ່​ການ​ຍຶດໝັ້ນ ​ແລະພັດທະນາ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງຈີນ, ບັນລຸ​​ເປົ້າ​ໝາຍການ​​ສູ້ຊົນ​ໃນ​ວັນ​ຄົບຮອບ 100 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ສປ ຈີນ ​ແລະ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຈີນ ​ແລະ​ເຮັດ​ໃຫ້​ຄວາມ​​​ໄຝ່ຝັນ​ແຫ່ງ​ການຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​​ເຮືອງ​ຂອງ​ປະຊາ​ຊາດ​ຈີນ​ຄືນ​ໃໝ່​ໃນ​ຍຸກ​ໃໝ່.
ພາຍຫຼັງ​ລັດຖະທຳ​ມະນູນ​ຂອງ​ຈີນຖືກເຜີຍ​ແຜ່ ​ແລະມີ​ຜົນ​ບັງຄັບ​ໃຊ້​ໃນ​ປີ 1982 ​ເປັນ​ຕົ້ນ​ມາ, ​ໄດ້​ດັດ​ແປງ 4 ​ເທື່ອ ຄື ​ໃນ​ປີ 1988, 1993, 1999 ​ແລະ 2004.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ