ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ຂອງ​ອັ​ຟ​ກາ​ນິສະຖານ ​ແລະ​ພາກ​ພື້ນ​ອາຊີ​ກາງດ້ວຍ​ຂໍ່ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"
2018-01-20 17:09:14  cri 

ວັນ​ທີ 19 ມັງກອນ​ນີ້, ທ່ານ​ອູ​ໄຫ​ເທົ່າ ອຸປະ​ທູດ​ຊົ່ວຄາວ​ຂອງ​ຈີນ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດຊຸກຍູ້​ການ​ພັດທະນາ​ເສ​ດຖະກິດ ​ແລ​ະການ​ຮ່ວມ​ມື​ຂອງ​ອັຟ​ກາ​ນິສະຖານ ​ແລະ​ພາກ​ພື້ນ​ອາຊີ​ກາງດ້ວຍ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ໃນ​ພາກ​ພື້ນ​ອື່ນໆ.

ທ່ານ​ອູ​ໄຫ​ເທົ່າ​ກ່າວ​ໃນ​ກອງ​ປະຊຸມລະດັບ​ລັດຖະ​ມົນຕີກ່ຽວ​ກັບບັນຫາ​ອັຟ​ກາ​ນິສະຖານຂອງ​ສະພາ​ຄວາມ​ໝັ້ນຄົງທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ​ວ່າ: ປະຊາ​ຄົມ​ໂລກ​ຄວນ​ຈັດ​ຕັ້ງ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຊ່ວຍ​ເຫຼືອ​ອັຟ​ກາ​ນິສະຖານ​ຢ່າງ​ຕັ້ງໜ້າ, ສະໜັບ​ສະ​ໜູນ​ອັຟກາ​ນິສະຖານ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​-ສັງຄົມ. ຕາມ​ມະ​ຕິ​ທີ່​ກ່ຽວຂ້ອງ​ຂອງ​ສະພາ​ຄວາມ​ໝັ້ນຄົງ ​ແລະ​ສະມັດຊາ​ໃຫຍ່​ຂອງ​ອົງການ​ສປຊ, ບັນດາ​ຝ່າຍ​ຄວນ​ສ້າງ​ປະຊາ​ຄົມ​ຮ່ວມຊາ​ຕາ​ກຳມວນ​ມະນຸດ​ບົນ​ນ້ຳ​ໃຈ​ການ​ຮ່ວມ​ມື ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ເພື່ອຊຸກຍູ້​ການ​ພັດທະນາ​ເສດຖະກິດ ​ແລະ​ການ​ຮ່ວມ​ມືພາກ​ພື້ນ​ຂອງ​ອັຟກາ​ນິສະຖານ ​ແລະ​ພາກ​ພື້ນ​ອາຊີ​ກາງ​ດ້ວຍ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະ​ການ​ຮ່ວມ​ມື​ເສ​ດຖະກິດ​ການ​ຄ້າ​ຂອງ​ພາກ​ພື້ນ​ອື່ນໆ.

ທ່ານ​ກ່າວ​ຕື່ມ​ວ່າ: ຈີນ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຂອງ​ອັຟ​ກາ​ນິສະຖານ ​ແລະ​​ໄດ້​ເສີມຂະຫຍາຍ​ບົດບາດ​ລັກສະນະ​ສ້າງສັນ ​ເພື່ອ​ຊຸກຍູ້​ສັນຕິພາບ ​ແລະ​ການ​ພັດທະນາ​ຂອງ​ອັ​ຟ​ກາ​ນິສະຖານ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ໄປ. ຈີນ​ຍິນ​ດີ​ຮ່ວມ​ກັບ​ປະຊາ​ຄົມ​ໂລກ​ສືບ​ຕໍ່​ພະຍາຍາມຢ່າງ​ບໍ່​ລົດ​ລະ ​ເພື່ອຊຸກຍູ້ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ​ການ​ພັດທະນາ​ຂອງ​ອັຟກາ​ນິສະຖານ​ກໍ​ຄື​ຂອງ​ພາກ​ພື້ນ​ອາຊີ​ກາງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ