ຕາມຂ່າວCRI:ວັນທີ 20 ມັງກອນນີ້, ກຳປັ່ນສຳຫຼວດວິທະຍາສາດ "ຊ້ຽງຢາງຮຸງ 03"ຂອງຈີນທີ່ກຳລັງດຳເນີນການສຳຫຼວດວິທະຍາສາດຢູ່ເຂດເສດຖະກິດສະເພາະທີ່ທະເລມະຫາສະມຸດອິນເດຍຂອງມຽນມາໄດ້ແຈ້ງວ່າ, ການສຳຫຼວດວິທະຍາສາດເທິງທະເລາຮ່ວມລະຫວ່າງຈີນ-ມຽນມາຄັ້ງນີ້ທີ່ເລີ່ມດຳເນີນແຕ່ວັນທີ 17 ມັງກອນນີ້ໄດ້ຮັບຜົນງານຢ່າງອຸດົມສົມບູນ. ນີ້ແມ່ນຈີນຮ່ວມມືກັບມຽນມາເພື່ອດຳເນີນການສຳຫຼວດທະເລດ້ານສິ່ງແວດລ້ອມສັງລວມຢູ່ເຂດເສດຖະກິດສະເພາະຂອງມຽນມາເປັນຄັ້ງທຳອິດ.
ກຳປັ່ນສຳຫຼວດ "ຊ້ຽງຢາງຮຸງ 03"ເລີ່ມເດີນເຮືອແຕ່ນະຄອນເຊ້ຍເມີນຂອງແຂວງຟູຈ້ຽນຈີນເປັນເວລາ 1 ເດືອນກວ່າແລ້ວເດີນໄປຮອດນະຄອນຢາງກຸ້ງຂອງມຽນມາໃນວັນທີ 17 ມັງກອນນີ້ເຊິ່ງໂຄງການນີ້ສຸມໃສ່ຜົນສະທ້ອນຈາກຂະບວນການທະເລຂອງມະຫາສະມຸດອິນເດຍຕໍ່ລົມລະດູການຂອງອິນເດຍແລະດິນຟ້າອາກາດຂອງຈີນເປັນຫຼັກ.ຈີນກັບມຽນມາຈະຮ່ວມກັນນຳໃຊ້ຜົນການສຳຫຼວດວິທະຍາສາດໃນຄັ້ງນີ້. ເຈົ້າໜ້າທີ່ຂອງພາກສ່ວນຂະແໜງການປະມົງມຽນມາກ່າວວ່າ, ການສຳຫຼວດຮ່ວມຄັ້ງນີ້ມີຄວາມໝາຍສຳຄັນຕໍ່ກະສິກຳຂອງມຽນມາ.
ທ່ານຫົງລຽງ, ເອກອັກຄະລັດຖະທູດຈີນປະຈຳມຽນມາກ່າວວ່າ, ການສຳຫຼວດຮ່ວມຄັ້ງນີ້ໄດ້ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນຕໍ່ຈີນຂອງມຽນມາ, ແມ່ນມາດຕະການທີ່ໄດ້ຮັບຜົນປະໂຫຍດຮ່ວມກັນລະຫວ່າງຈີນກັບມຽນມາ.
ກຳປັ່ນສຳຫຼວດວິທະຍາສາດ "ຊ້ຽງຢາງຮຸງ 03" ຈະສຳເລັດໜ້າທີ່ການແລະອອກຈາກມຽນມາໃນວັນທີ 21 ມັງກອນນີ້.